ການໂອ້ລົມສົນທະນາສາກົນກ່ຽວກັບບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານແລະການສື່ສານໃນການຊຸກຍູ້ບັນດາສິດ

(VOVWORLD) -ວັນທີ 27 ກຸມພາ, ຢູ່ນອກກອງປະຊຸມປະຈຳໄລຍະຄັ້ງທີ 37 ຂອງສະພາສິດທິມະນຸດສະຫະປະຊາຊາດ, ຢູ່ເຊີແນວ, ປະເທດສະວິດ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ເຊີແນວ

ການໂອ້ລົມສົນທະນາສາກົນກ່ຽວກັບບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານແລະການສື່ສານໃນການຊຸກຍູ້ບັນດາສິດ - ảnh 1

 ທ່ານເອກອັກຄະລັດຖະທູດ ເຢືອງຈິ໋ຢຸງ

(ພາບປະກອບ: TTXVN)

ໄດ້ຈັດການໂອ້ລົມສົນທະນາສາກົນກ່ຽວກັບ “ບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຊຸກຍູ້ບັນດາສິດເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຫຼຸດຜ່ອນສະພາບຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ”. ເຫດການໄດ້ດຶງດູດຜູ້ຕາງໜ້າ 60 ກວ່າທ່ານທີ່ມາຈາກບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານເຂົ້າຮ່ວມ. ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳເຊີແນວ ເຢືອງຈິ໋ຢຸງ ໄດ້ເປັນປະທານການໂອ້ລົມສົນທະນາ.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ເຢືອງຈິ໋ຢຸງ ໄດ້ສະເໜີແນະເປີດບາງທິດເພື່ອປຶກສາຫາລື, ພ້ອມທັງເຕື້ອງເຖິງນະໂຍບາຍ, ສະພາບການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານຢູ່ຫວຽດນາມ ໃນບັນດາຂົງເຂດການບໍລິການສາທາລະນະ, ການຜະລິດ ແລະ ຊື້ຂາຍຜະລິດຕະພັນກະເສດ…

ທ່ານເອກອັກຄະລັດຖະທູດ ເຢືອງຈິ໋ຢຸງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນ, ພິເສດແມ່ນການຮ່ວມມືລະຫວ່າງບັນດາປະເທດພັດທະນາ ແລະ ພວມພັດທະນາ ເພື່ອແນໃສ່ຮັດແຄບຊ່ອງຫວ່າງດີຈີຕອນ, ຊຸກຍູ້ ແລະ ພັດທະນາແບບຍືນຍົງ, ຫຼຸດຜ່ອນສະພາບເຂດຄວາມສະເໝີພາບລະຫວ່າງຍິງ - ຊາຍລະຫວ່າງຍິງ - ຊາຍ ແລະ ຜ່ານນັ້ນຊຸກຍູ້ບັນດາສິດເສດຖະກິດ, ວັດທະນະທຳ ແລະ ສັງຄົມຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ