ການ​​ໃຊ້​ຄວາມ​ຮຸນ​ແຮງ ​ສືບ​ຕໍ່​ປີນ​ຂັ້ນ​ໃດ​ຢູ່​ຊີຣີ

ການ​​ໃຊ້​ຄວາມ​ຮຸນ​ແຮງ ​ສືບ​ຕໍ່​ປີນ​ຂັ້ນ​ໃດ​ຢູ່​ຊີຣີ - ảnh 1
ສະພາບໃຊ້ຄວາມຮຸນແຮງຢູ່ ຊີຣີ
(ພາບ:anninhthudo.vn)

( vovworld ) –  ການ​​ໃຊ້​ຄວາມ​ຮຸນ​ແຮງ​ສືບ​ຕໍ່​ປີນ​ຂັ້ນ​ໃດ​ຢູ່​ຊີຣີ, ຂະນະ​ທີ່​ມີ​ຜູ້ເສຍ​ຊີວິດ​ຕື່ມ​ອີກນັບ​ສີ​ບໆຄົນ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 14/5 ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ມີໜ້າ​ຂອງ​ກຳລັງ​ນັກສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ສະພາບ​ການຄື​ດັ່ງກ່າວ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 27 ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ທີ່​ມີ​ຕໍ່ ຊີຣີ ທີ່​ການ​ປະຊຸມ​ຢູ່ ບຣຸກ​ແຊນ ປະ​ເທດ​ແບນ​ຊິກ. ນີ້​ແມ່ນ​ການ​ລົງ​ໂທດຮອບ​ທີ 15 ຊື່​ງ ອີ​ຢູ​ ໄດ້​ຈັດ​ວາງ​ຕໍ່​ລະບອບ​ຂອງ​ປະທານາທິບໍດີ Bashar al Assad ​ແຕ່​ລາຍ​ລະອຽດ​ຂອງ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ບໍ່​ທັນ​ຖືກ​ເປີດ​ເຜີຍ​ເທື່ອ. ​ໄລ່​ມາຮອດ​ວັນ​ທີ 14/5, ຈຳນວນ​ນັກ​ສັງ​ເກດ​ການ​ຂອງ ສະຫະ​ປະຊາ​ຊາດ ຢູ່​ຊີຣີ ​ໄດ້​ຂຶ້ນ​ເຖິງ 250 ຄົນ​ແລ້ວ. ຕາມ​ແຜນການ​ແລ້ວ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຈະ​ຜັນຂະຫຍາຍ​ນັກ​ສັງ​ເກດ​ການ​ດ້ານ​ການ​ທະຫານ 300 ຄົນ​ໄປຍັງ​ຊີຣີ ​ໃນ​ທ້າຍ​ເດືອນ​ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ມີໜ້າ​ທີ່​ນັບ​ມື້​ນັບ​ຫຼາຍ​ຂອງ​ກຳລັງ​ນັກ​ສັງ​ເກດການ​ສະຫະ​ປະຊາ​ຊາດ, ປະຊາຊົນ​ຊີຣີ​ ເປັນຈຳນວນ​ຫຼວງຫຼາຍ​ຍັງ​ບໍ່​ເຊື່ອໝັ້ນວ່າ ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ປະ​ເທດ​ນີ້​ຈະ​​ຫລຸດ​ລົງ​ໄດ້. ນັບທັງ​ຜູ້ນຳ​ໜ້າ​ກຳລັງ​ນັກສັງ​ເກດ​ການສະຫະ​ປະຊາ​ຊາດຢູ່​ຊີຣີ, ນາຍ​ພົນ Robert Mood ກໍ​ຍອມ​ຮັບ​ວ່າ, ​ເຖິງ​ວ່າ​ຈະ​ມີ​ນັກ​ສັງ​ເກດ​ການ​ຫຼາຍ​ປານ​ໃດ ກໍ່​ບໍ່​ສາມາດ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້ ຖ້າ​ຫາກ​ວ່າ​ບໍ່​ມີ​ຄຳໝັ້ນສັນຍາ​ສັນຕິ​ພາບຂອງບັນດາ​ຝ່າຍ​​ທີ່​ໄດ້​ກໍ່​​ໃຫ້​ເກີດການ​ປະ​ທະ​ກັນ.

 

ຂ່າວ/ບົດ​ອື່ນ