ການໃຊ້ຄວາມຮຸນແຮງ ສືບຕໍ່ເກີດຂຶ້ນຢູ່ອີຢີບ

ການໃຊ້ຄວາມຮຸນແຮງ ສືບຕໍ່ເກີດຂຶ້ນຢູ່ອີຢີບ - ảnh 1

(ພາບ::laodong.com.vn)

(vovworld) -  ວັນ​ທີ 6/3, ທ່ານ​ປະທານາທິບໍດີ​ອີ​ຢີບ Mohamed Morsi ​ໄດ້ດຳ​ເນີນ​ການ​ປະຊຸມ​ກັບ​ວົງ​ການ​​ເຈົ້າໜ້າ​ທີ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ປະ​ເທດ​ນີ້ ​ເພື່ອ​ແນ່​ໃສ່ຊອກ​ຫາ​ບັນດາ​ມາດ​ຕະການ​ສະກັດ​ກັ້ນການ​ປະ​ທະ​ກັນ ​ແລະ ​ການແຫ່​ຂະ​ບວນປະ​ທ້ວງ​ຊື່​ງພວມ​ເກີດຂຶ້ນ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ອັນ​ໄດ້​ນາບ​ຂູ່​ປະ​ເທດ​ນີ້ກັບ​ຄື​ສູ່​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ຄື​ໃນ​ໄລຍະ​ກ່ອນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ, ປະທານາທິບໍດີ Mohamed Morsi  ຮຽກຮ້ອງ​ໃຫ້​ບັນດາກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຕ້ອງ​ເພີ່ມ​ທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຮັກສາ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ສັນຕິພາບ ​ແລະ ກວດກາ “ຜູ້​ກໍ່​ຄວາມ​ວຸ້ນວາຍ“. ຢູ່​ແຂວງ Gharbiya ຫ່າງ​ຈາກນະຄອນຫຼວງ​ກາຍ​ໂຣ 80 ກມ ​ໄປ​ທາງ​ທິດ​ເໜືອ, ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ ​ແລະ ບັນດາ​ມື​ປືນ ຊື່​ງ​ເຮັດ​ໃຫ້ 6 ຄົນ​ເສຍ​ຊີວິດ ​ແລະ ​ອີກ 40 ຄົນ​ຖືກ​ບາດ​ເຈັບ. ຢູ່​ໃຈກາງ​ນະຄ​ອນຫຼວງ​ກາຍ​ໂຣ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ຮ້ອຍ​ຄົນ​ໄດ້​ບຸກ​ໂຈມ​ຕີ​ຕຳຫຼວດ​ຢູ່​ເຂດ​ອ້ອມ​​​ແອ້ມ​ສະໜາມ​ຫຼວງ Tahrir, ສະໜາມ​ຫຼວງ Simon Bolivar ​ແລະ ຢູ່​ເຂດ​ມໍ່​ກັບ​ສະຖານທູດ​ອາ​ເມ​ລິ​ກາ. ບໍ່​ພຽງ​ແຕ່​ປະຊາຊົນ​ເທົ່າ​ນັ້ນ, ນາຍ​ທະຫານ ​ແລະ ຕຳຫຼວດ​ເກືອບ 8000 ຄົນ​ຢູ່​ແຫຼມ Sinai ​ແລະ ທ້​ອງຖິ່ນ​ຕ່າງໆ ຢູ່​ລຽບ​ຕາມ​ຄອງ Suez ກໍ່​ໄດ້​ພ້ອມກັນ​ຈັດການ​ແຫ່​ຂະ​ບວນປະ​ທ້ວງຄັດຄ້ານ​ຄຳ​ສັ່ງ​ຜັນ​ຂະຫຍາຍ​ເຖິງ Port Said ​ເພື່ອ​ສະກັດ​ກັ້ນກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ພວກ​ເກີດ​ຂຶ້ນ​ຢູ່​ທີ່​ນີ້.

 

 

 

 

ຂ່າວ/ບົດ​ອື່ນ