ການໃຊ້ຄວາມຮຸນແຮງ ສືບຕໍ່ເພີ່ມທະວີຢູ່ອີຢີບ

ການໃຊ້ຄວາມຮຸນແຮງ ສືບຕໍ່ເພີ່ມທະວີຢູ່ອີຢີບ - ảnh 1
(ພາບ:
vnexpress.net)

(vovworld)-​  ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາມ​ເສຍ​ຫາຍ​ອັນ​ໜັກໜ່ວງ ​ແລະ ກົດ​ໄອ​ຍະ​ການ​ເສິກ​ທີ່​ໄດ້​ປະກາດ​ໃຊ້​ນັ້ນ,​ວັນ​ທີ 15/8, ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ສືບ​ຕໍ່​ດຳ​ເນີນ​ການ​ຄັດຄ້ານ​ຢ່າງ​ຂ້ຽວຂາດ. ບັນດາ​ຜູ້​ສະໜັບສະໜູນທ່ານ ​Mohamed Morsi  ​ໄດ້ບຸກ​ໂຈມ​ຕີ ​ແລະ ຈູດ​ເຜົາ​ສຳນັກງານ​ອຳນາດ​ການ​ປົກຄອງ​ແຫ່ງ​ໜຶ່ງ​ຢູ່​ແຂວງ Giza ທາງ​ທິດຕາ​ເວັນ​ຕົກ​ນະຄອນຫຼວງ​ກາຍ​ໂຣ. ​ໃນ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ໃນອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ກໍ່​ໄດ້​ບຸກ​ໂຈມ​ຕີ, ​ເຮັດ​ໃຫ້​​ເກີດໄຟ​ໄໝ້​ຢູ່​ສຳນັກງານ​ແຫ່ງ​ໜຶ່ງ​ຂອງ​ກະຊວງ​ການ​ເງິນຢູ່​ໃຈກາງນະຄອນຫຼວງ​ກາຍ​ໂຣ.  ການ​ນຳ​ຈຳນວນ​ໜຶ່ງ​ຂອງອົງການອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ປະກາດ​ຈະ​ສືບ​ຕໍ່​ຮັກສາ​ບັ້ນ​ດຳ​ເນີນແຫ່​ຂະ​ບວນປະ​ທ້ວງ​ໂດຍ​ສັນຕິ ຈົນ​ເຖິງ​ເວລາ​ບັນລຸ​ໄດ້​ຈຸດໝາຍ​ທີ່​ໄດ້​ວາງ​ອອກ ນັ້ນ​ແມ່ນ​ໂຄ່ນ​ລົ້ມ “ລະບອບ​ລັດຖະປະຫານ“. ​ເພື່ອ​ໂຕ້​ຕອບ​ຄືນການ​ກະທຳ​ຂອງອົງການອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ, ຂະ​ບວນການລຸກ​ຮຶ້ນຂຶ້ນ ຊື່​ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງ​ນຳ​ໜ້າ​ໃນ​ບັ້ນ​ດຳ​ເນີນແຫ່​ຂະ​ບວນປະ​ທ້ວງ​ໂຄ່ນ​ລົ້ມທ່ານ ​Mohamed Morsi   ​ໄດ້ປຸກລະດົມ​​ຂະ​ບວນການປະ​ທ້ວງ​ມະຫາຊົນ​ໃນ​ທົ່ວ​ເຂດ​ດິນ​ແດນ​ອີ​ຢີບ ​ໃນ​ວັນ​ທີ 16/8 ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ​ກອງທັບ, ຕຳຫຼວດ ​ແລະ ຄັດຄ້ານ​ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງອົງການອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ. ຫຼາຍ​ກຳລັງ​ການ​ເມືອງ​ອີ​ຢີບ ປະກາດ​ວ່າ​ຈະ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ນີ້.

 

 

ຂ່າວ/ບົດ​ອື່ນ