ການໃຊ້ຄວາມຮຸນແຮງຢູ່ ອີຣັກ ເຮັດໃຫ້ກວ່າ 50 ຄົນຖືກເສຍຊີວິດ ແລະ ບາດເຈັບ

ການໃຊ້ຄວາມຮຸນແຮງຢູ່ ອີຣັກ ເຮັດໃຫ້ກວ່າ 50 ຄົນຖືກເສຍຊີວິດ ແລະ ບາດເຈັບ - ảnh 1
ການໃຊ້ຄວາມຮຸນແຮງຢູ່ ອີຣັກ
ພາບ: internet

(vovworld) -  ວັນທີ 8/8 ການ​​ໃຊ້​ຄວາມ​ຮຸນ​ແຮງ​​​​ແນໃສ່​ຊາວ​ມຸດ​ສະລີ​ມນິກາຍ​ ຊີ​ອາ ​ແລະ ຄອບຄົວ​ຂອງ​ທະນາຍຄວາມ​ຄົນ​ຫນຶ່ງ​ຢູ່ ອີຣັກ ​ໄດ້​ເຮັດ​ໃຫ້ ກວ່າ 50 ຄົນ​ເສຍ​ຊີວິດ ​ແລະ ຖືກ​ບາ​ດ​ເຈັບ. ຕອນ​ຄຳ່​ວັນ​ທີ 8/8, ລົດ​ໂອ​ໂຕ​ຄັນ​ຫນຶ່ງ​​ຖືກ​ວາງ​ລະ​ເບີດໄດ້​​ໄດ້​ແຕກ​ຂຶ້ນ​ເຮັດ​ໃຫ້​ສາສະ​ນິກະ​ຊົນ​ຊາວ​ຊີ​ອາ ພວມ​ເຂົ້າ​ຮ່ວມ​ພີ​ທີ​ສວດ​ມົນ​ຢູ່ ໝູ່​ບ້ານ Al Tanmiyh ຫ່າງ​ຈາກ​ນະຄອນຫລວງ ​ແບກ​ແດດ ຂອງ​ອີຣັກ​ໄປທາງ​ທິດຕາ​ເວັນ​ອອກສຽງ​ໃຕ້ປະມານ 50 ກິ​ໂລ​ແມັດ ຊຶ່ງ​ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວີ​ດ ​ແລະ ອີກ 30 ຄົນ​ຖືກ​ບາດ​ເຈັບ. ກ່ອນ​ຫນ້າ​ນັ້ນ ຢູ່​ເທດສະບານ Baiji ຫ່າງ​ຈາກ​ນະຄອນ​ແບກ​ແດດ​ ທາງ​ທິດ​ໃຕ້ ປະມານ 200 ກິ​ໂລ​​​ແມັດ, ບັນດາ​ມື​ປືນ​ໄດ້​ບຸກ​ເຂົ້າ​​ເຮື​ອນຂອງ​ທະນາ​ຍຄວາມ​ຄົນ​ຫນຶ່ງ​ຍິງ​ຕາຍ​ຜົວ​ເມຍ ​ແລະ ລູກ​ຊາຍ​ 5 ຄົນ ພ້ອມ​ກັບ​ຍາດຕິ​ພີ່ນ້ອງ​ຄົນ​ຫນຶ່ງຕາຍຄາ​ທີ່. ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ພາຍຫລັງ​ອົງການ​ກໍ່​ການ​ຮ້າຍ Al Qaeda ຫາ​ກໍ່​ຖະ​ແຫລ​ງປຸກລະດົມ​ບັ້ນ​ບຸກ​ໂຈມ​ຕີ​ຄັ້ງ​ໃຫມ່​ໃສ່​ບັນດາ​ທະນາ​ຍຄວາມ ​ແລະ ຍາດຊີງເຂດ​ດິນ​ແດນ​ບາງ​ແຫ່ງ​ຢູ່​ອີຣັກ./.

ຂ່າວ/ບົດ​ອື່ນ