ການໃຊ້ຄວາມຮຸນແຮງຢ່າງລ່ຽນຕິດຢູ່ ອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ

ການໃຊ້ຄວາມຮຸນແຮງຢ່າງລ່ຽນຕິດຢູ່ ອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1
ການວາງລະເບີດລົດໂອໂຕຢູ່ ນະຄອນຫຼວງ ​ແບກ​​ແດດ
(ພາບ: AP)

(vovworld) – ວັນ​ທີ 26/5, ການ​​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂື້ນ​ຢ່າງ​ຕໍ່​ເນື່ອງ​ຢູ່​ນະຄອນຫຼວງ ​ແບກ​​ແດດ ​ແລະ ນະຄອນ Mosul, ທາງ​ພາກ​ເໜືອ ອີ​ຣັກ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 7 ຄົນ​ເສຍ​ຊີວິດ ​ແລະ 31 ຄົນ​ຮັບ​ບາດ​ເຈັບ. ​ເຫດການ​ທີ່​ໜື່ງ​ເກີດຂື້ນ​ຢູ່​ເຮືອນ​ຫຼັງ​ໜຶ່ງ​ໃນ​ເທດສະບານ​ເມືອງ Shora ​ແຕ່​ບໍ່​ກໍ່ຄວາມ​ລົ້​ມຫາຍ​ຕາຍ​ຈາກ. ​ເມື່ອ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອີຣັກ ​ເຂົ້າມາສະ​ຖານ​ທີ່​​ເກີດ​ເຫດ​ລູກ​ລະ​ເບີດ​ໜ່ວຍ​ທີ່ 2 ກໍ່ລະ​ເບີດ​ຂື້ນ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ ​ແລະ 30 ຄົນ​ຮັບ​ບາດ​ເຈັບ. ນະຄອນ Mosul ຫ່າງ​ຈາກ​ນະ​ຕອນ​ຫຼວງ ​ແບກ​​ແດດ​ ​ໄປ​ທາງທິດ​ເໜືອປະມານ 400 ກມ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ຂອງ​ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜິວພັນ ​ແລະ ສາສະໜາ​ຢູ່​ປະ​ເທດ​ນີ້. ​ໃນ​ຂະນະ​ນັ້ນ, ຢູ່ ແບກ​​ແດດ ມື​ປື່ນຄົນ​ໜຶ່ງ​ໄດ້​ຍິງ​ໃສ່​ກຸ່ມ​ສາມັນ​ຊົນ, ​ຂ້າ​ຕາຍ 3 ຄົນ ​ແລະ ​ເຮັດ​ໃຫ້​ໜຶ່ງ​ຄົນ​ຮັບ​ບາດ​ເຈັບ.

   

ຂ່າວ/ບົດ​ອື່ນ