ການໃຊ້ຄວາມຮຸນແຮງລະຫວ່າງອິດສະລາແອນແລະປາແລດສະຕີນສືບຕໍ່ຂະຫຍາຍອອກ

ການໃຊ້ຄວາມຮຸນແຮງລະຫວ່າງອິດສະລາແອນແລະປາແລດສະຕີນສືບຕໍ່ຂະຫຍາຍອອກ - ảnh 1
(ພາບປະກອບ: Delhidilsetoday)

(vovworld) - ຕອນ​ເຊົ້າ​ວັນ​ທີ 10/10, ລູກ​ຈະ​ຫຼວດໜ່ວຍ​ໜຶ່ງ​ຖືກ​ຍິງ​ຈາກ​ຜືນ​ແຜ່ນດິນ​ຂອງ ​ປາ​ແລດ​ສະຕີ​ນ ​ໄດ້​ຕົກລົງ​​ເຂດພາກ​ໃຕ້ ອິດສະ​ລາ​ແອນ, ​ແຕ່​ບໍ່​ກໍ່​ຄວາມ​ລົ້ມ​ຫາຍ​ຕາຍ​ຈາກ. ​ເຫດການ​ນີ້​ເກີດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ ອິດສະ​ລາ​ແອນ​ ແລະ​ ປາ​ແລດ​ສະຕີ​ນ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ທະຫານ​ ອິດສະ​ລາ​ແອນ​ ໃຫ້​ຮູ້​ວ່າ, ລູກ​ຈະ​ຫຼວດທີ່​ຍິງ​ຈາກ​ເຂດ​ກາຊາ,  ​ໂດຍ​ຂະ​ບວນການ Hamas ຄວບ​ຄຸມ, ​ໄດ້​ຕົກລົງ​ເຂດ​ບໍ່​ມີ​ຄົນຢູ່.

​ເຫດການ​ເກີດ​ຂຶ້ນ​ໃນ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ລະຫວ່າງ ອິດສະ​ລາ​ແອນ ​ແລະ ​ປາ​ແລດ​ສະຕີ​ນ ສືບ​ຕໍ່​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ. ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ຢູ່​ຝັ່ງ​ຕາ​ເວັນ​ຕົກ ​ແລະ ​ເຂດ​ກາຊາ​ໃນ​ວັນ​ທີ 9/10 ເຮັດ​ໃຫ້ ຊາວ​ປາ​ແລດ​ສະຕີ​ນ 8 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີຜູ້ຍິງ​ໜຶ່ງຄົນ​. ນີ້​ແມ່ນ​ການ​ປະ​ທະ​ກັນ​ນອງ​ເລືອດ​ທີ່​ສຸດ​ຢູ່​ເຂດ​ກາຊາ ນັບ​ແຕ່​ເກີດ​ການ​ປະ​ທະ​ກັນກັບ​ ອິດສະ​ລາ​ແອນ​ ເມື່ອ​ລະດູ​ຮ້ອນ​ປີ 2014 ​ມາ​ຮອດ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ