ການໃຊ້ຄວາມຮຸນແຮງສືບຕໍ່ປີນຂັ້ນໄດລະຫວ່າງອິດສຣາແອນແລະປາແລດຕິນ

ການໃຊ້ຄວາມຮຸນແຮງສືບຕໍ່ປີນຂັ້ນໄດລະຫວ່າງອິດສຣາແອນແລະປາແລດຕິນ - ảnh 1
(ພາບປະກອບ: tinmoi)

(vovworld) – ວັນ​ທີ 10/10, ຢ່າງໜ້ອຍສຸດມື​ຊາວ​ປາ​ແລດ​ສຕິນ 3 ຄົນ​​ເສຍ​ຊີວິດ ​ແລະ ຊາວ​ອິດສຣາ​ແອນ 2 ຄົນ​ເສຍ​ຊີວິດ ​ແລະ ​ຮັບ​ບາດ​ເຈັບ ​ໃນ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສືບ​ຕໍ່​ປີນ​ຂັ້ນ​ໄດ​ລະຫວ່າງ​ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ ​ອັນໄດ​້ກໍ​ຄວາມ​ເປັນ​ຫ່ວງກັງວົນ​ຕໍ່ສະພາບ​​ການ​ທີ່ບໍ່​ສາມາດ​ຄວບ​ຄຸ​້ມ​ໄດ້. ຕຳຫຼວດ​ອິດສຣາ​ແອນ ​ໄດ້​ຍິງ​ຜູ້​ຊາຍ​ປາ​ແລດ​ສຕິນ ຄົນ​ໜຶ່ງ​ເສຍ​ຊີວິດ ພາຍ​ຫຼັງຜູ້​ຊາຍ​ຄົນ​ນີ້ຮັບ​ຖື​ວ່າ ​ເປັນ​ຜູ້​ແທງ 2 ຄົນ​ອິດສຣາ​ແອນ ຮັບ​ບາດ​ເຈັບ​ຢູ່ Jerusalem. ​ແລະ​ກໍ​ໃນ​ວັນ​ດຽວກັບ, ຊາວ​ປາ​ແລດ​ຕິ​ນ 2 ຄົນ​ຖືກ​ເສຍ​ຊີວິດ​ຍ້ອນ​ຕຳຫຼວດ​ອິດສຣາ​ແອນ ຍິງ. ກ່ອນ​ໜ້າ​ນັ້ນ, ບັນດາ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ໃນ​ວັນ​ທີ 09/10, ​ໄດ້​ເຮັດ​​ໃຫ້ 7 ຄົນ​ເສຍ​ຊີວິດ ​ແລະ ກວ່າ 90 ຄົນ​ຮັບ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ