ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ ອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ

ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ ອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1
ການວາງລະເບີດລົດໂອໂຕ
(ພາບປະກອບຈາກ: AFP/TTXVN)

(vovworld) - ວັນ​ທີ 12/7, ກະ​ແສ​ຟອງ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ອີຣັກ ​​ໄດ້ເຮັດ​ໃຫ້ 47 ຄົນ​ເສຍ​ຊີວິດ ​ແລະ ອີກ​ນັບສິບ​ຄົນ​ຮັບ​ບາດ​ເຈັບ. ການ​ໃນ​ບຸກ​ໂຈມ​ຕີ​ໄດ້​ຮັບ​ຖື​ວ່າ​ນອງ​ເລືອດ​ທີ່​ສຸດຊຶ່ງ​ໄດ້​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 11/7, ມີ​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​​ໄດ້​ວາງ​ລະ​ເບີດຢູ່​ຮ້ານ ກາ​ເຟທີ່​ມີ​ແຂ​ກຄົນໜ້າ​ແໜ້ນ ຮ້ານ​ໜຶ່ງ​ຢູ່ນະຄອນ Kirkik, ​ໂດຍ​ຫ່າງ​ຈາກ​ນະຄອນຫຼວງ ​ແບ​ກ​ແດດ ໄປ​ທາງ​ທິດ​ເໜືອ 250 ກມ. ​ເຮັດ​​ໃຫ້ 38 ຄົນ​ເສຍ​ຊີວິດ ​ແລະ 29 ຄົນ​ຖືກ​ຮັບ​ບາດ​ເຈັບ.

ກ່ອນ​ໜ້າ​ນັ້ນ ກໍ່​ໃນ​ວັນ​ດຽວ​ກັນ, ການ​ບຸກ​ໂຈມ​ຕີ​ໂດຍ​​​ແນ​ໃສ່​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອີຣັກ ກໍ່​ເຮັດ​​ໃຫ້ 9 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຂັ້ນ​ສູງ​ຢູ່​ນະຄອນຫຼວງ ແບ​ກ​ແດດ. ຢູ່​ນະຄອນ Mosul ທາງ​ພາກ​ເໜືອ ອີຣັກ, ມີ​ຜູ້​ວາງ​ລະ​ເບີດ​ດ້ວຍລົດ​ໂອ​ໂຕ​ໄດ້​ບຸກ​ໂຈມ​ຕີ​ດ່ານ​ກວດກາ ​ແຫ່ງ​ໜຶ່ງ, ​ເຮັດ​​ໃຫ້ຕຳຫຼວດ 4 ຄົນ​​ເສຍ​ຊີວິດ ​ແລະ 2 ຄົນ​ຮັບ​ບາດ​ເຈັບ, ​ໃນ​ຂະນະ​ນັ້ນ, ການວາງ​ລະ​ເບີດ 2 ຄັ້ງ​ອື່ນ​ຢູ່​ນະຄອນນີ້​ໄດ້​ເຮັດ​​ໃຫ້ສາມັນ​ຊົນ 1 ຄົນ​ ​ແລະ ຕຳຫຼວດ 1 ຄົນ ​ເສຍ​ຊີວິດ ​ແລະ 2 ຄົນ​ຮັບ​ບາດ​ເຈັບ. ປະຈຸ​ບັນ, ບໍ່​ມີ​ອົງການ​ໃດກ່າວ​ຮັບຜິດຊອບ​ກ່ຽວ​ກັບ​ການ​ບຸ​ກ​ໂຈມ​ຕີ​ຄັ້ງ​ຕ່າງໆ​ດັ່ງ​ກ່າວ​ເທື່ອ, ​ແຕ່​ນີ້​ແມ່ນ​ຮູບ​ແບບ​ການ​ບຸກ​ໂຈມ​ຕີ​ໂດຍ Al Qaeda ຢູ່ ອີຣັກ ດຳ​ເນີນ​ເປັນ​ຕົ້ນ.

ຂ່າວ/ບົດ​ອື່ນ