ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄຸກ ເຮັດ​ໃຫ້​ມີຫຼາຍ​ຄົນ​ເສຍ​ຊີ​ວິດ ​ແລະ ຖືກ​ບາດ​ເຈັບຢູ່ ເອກວາດໍ

(VOVWORLD) -ໃນໄລຍະຜ່ານມາ, ລະບົບຄຸກຢູ່ບັນດາປະເທດ ອາເມລິກາໃຕ້, ໃນນັ້ນມີ ເອກວາດໍ,  ໄດ້ເກີດຂຶ້ນບັນດາເຫດການໃຊ້ຄວາມຮຸນແຮງທີ່ນອງເລືອດ. ນັບແຕ່ຕົ້ນປີມານີ້, ບັນດາເຫດການໃຊ້ຄວາມຮຸນແຮງໃນຄຸກ ໄດ້ເຮັດໃຫ້ນັກໂທດນັບຮ້ອຍຄົນເສຍຊີວິດ.
ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄຸກ ເຮັດ​ໃຫ້​ມີຫຼາຍ​ຄົນ​ເສຍ​ຊີ​ວິດ ​ແລະ ຖືກ​ບາດ​ເຈັບຢູ່ ເອກວາດໍ - ảnh 1ພາບປະກອບ: THX/TTXVN

ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 68 ຄົນ ແລະ ນັບສິບຄົນຖືກບາດເຈັບໃນການໃຊ້ຄວາມຮຸນແຮງ ທີ່ເກີດຂຶ້ນຢູ່ຄຸກ Penitenciaria del Litoral ຢູ່ນະຄອນ Guayaquil, ເອກວາດໍ. ນີ້ກໍ່ແມ່ນແຫ່ງໄດ້ເກີດເຫດການທີ່ຄ້າຍຄືກັນ ທີ່ເຮັດໃຫ້ນັກໂທດ 119 ຄົນເສຍຊີວິດໃນເດືອນກັນຍາທີ່ຜ່ານມາ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Guayas Pablo Arosemena ຜູ້ວ່າການແຂວງໃຫ້ຮູ້ວ່າ ຄວາມແກ້ງແຍ່ງກັນ ລະຫວ່າງ ບັນດາກຸ່ມຄ້າຂາຍ ຢາເສັບຕິດ ໄດ້ກໍ່ໃຫ້ເກີດບັນດາເຫດການດັ່ງກ່າວ.

ໃນໄລຍະຜ່ານມາ, ລະບົບຄຸກຢູ່ບັນດາປະເທດ ອາເມລິກາໃຕ້, ໃນນັ້ນມີ ເອກວາດໍ,  ໄດ້ເກີດຂຶ້ນບັນດາເຫດການໃຊ້ຄວາມຮຸນແຮງທີ່ນອງເລືອດ. ນັບແຕ່ຕົ້ນປີມານີ້, ບັນດາເຫດການໃຊ້ຄວາມຮຸນແຮງໃນຄຸກ ໄດ້ເຮັດໃຫ້ນັກໂທດນັບຮ້ອຍຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ