ກໍ່າ​ປັ່ນ 936 - ວິທະຍາຄານ​ທະຫານ​ເຮືອ ຊ່ວຍ​ປະຊາຊົນ​ເຂດ​ຖື​ກ​ໄພ​ແຫ້ງ​ແລ້ງ ​ແລະ ນໍ້າ​ທະ​ເລ​ຊືມ

(VOVWORLD) -  ໃນລະຫວ່າງວັນທີ 28 - 29 ມີນາ, ພະນັກງານ, ນັກຮົບຂອງກໍ່າປັ່ນ  936 ວິທະຍາຄານທະຫານເຮືອ ໄດ້ສົມທົບກັບກໍາລັງທະຫານປ້ອມປ້ອງກັນຊາຍແດນ ເກື໋ອຕ໋ຽວ ໄດ້ຂົນສົ່ງນໍ້າຈືດໃຫ້ປະຊາຊົນຕາແສງ ເຕິນແທັ່ງ, ເມືອງ ຢໍກົງດົ່ງ, ແຂວງຕ່ຽນຢາງ.
ກໍ່າ​ປັ່ນ 936 - ວິທະຍາຄານ​ທະຫານ​ເຮືອ ຊ່ວຍ​ປະຊາຊົນ​ເຂດ​ຖື​ກ​ໄພ​ແຫ້ງ​ແລ້ງ ​ແລະ ນໍ້າ​ທະ​ເລ​ຊືມ - ảnh 1 ກໍ່າປັ່ນ  936 ວິທະຍາຄານທະຫານເຮືອ ໄດ້ສົມທົບກັບກໍາລັງທະຫານປ້ອມປ້ອງກັນຊາຍແດນ ເກື໋ອຕ໋ຽວ ໄດ້ຂົນສົ່ງນໍ້າຈືດໃຫ້ປະຊາຊົນຕາແສງ ເຕິນແທັ່ງ, ເມືອງ ຢໍກົງດົ່ງ, ແຂວງຕ່ຽນຢາງ (ພາບ: 

        ໃນຊຸມວັນຜ່ານມາ, ກໍ່າປັ່ນ 936 ໄດ້ສົມທົບກັບກໍ່າປັ່ນລໍາຕ່າງໆທີ່ຂົນສົ່ງສະເພາະນໍ້າຂອງເຫຼົ່າທັບເຮືອ ສືບຕໍ່ເດີນທະເລ ແລະ ແມ່ນໍ້ານັບຮ້ອຍໄມ ເພື່ອຂົນສົ່ງນໍ້າຈືດນັບລ້ານລິດ ໃຫ້ປະຊາຊົນເຂດຖືກນໍ້າທະເລຊືມຢູ່ແຂວງເບັ໊ນແຈ ແລະ ຕ່ຽນຢ່າງໄດ້ຢ່າງທັນການ. ທ່ານຮ້ອຍເອກ ເລດິ່ງຕ໊ຽນ, ຜູ້ຮັບຜິດຊອບການເມືອງຂອງ ກໍ່າປັ່ນ 936 - ວິທະຍາຄານທະຫານເຮືອໃຫ້ຮູ້ວ່າ:

“ໂດຍຜ່ານໄລຍະທາງທະເລກວ່າ 200 ໄມ ຫາພໍ່ແມ່ພີ່ນ້ອງເຂດຖືກໄພແຫ້ງແລ້ງ ແລະ ນໍ້າທະເລຊືມ, ກໍ່າປັ່ນ 936 ພ້ອມກັບບັນດາກໍາລັງອື່ນໆ ໄດ້ຄຽງບ່າຄຽງໄລ່ພ້ອມກັບພໍ່ແມ່ປະຊາຊົນຮັບມືກັບສະພາບການຮ້າຍແຮງຂອງອາກາດຢູ່ທີ່ນີ້. ສໍາລັບພະນັກງານ, ນັກຮົບ ກໍ່າປັ່ນ 936 ພວກຂ້າພະເຈົ້າແລ້ວ ນີ້ແມ່ນນໍ້າໃຈຄວາມຮັກແພງຂອງພວກຂ້າພະເຈົ້າທີ່ມີຕໍ່ພໍ່ແມ່ປະຊາຊົນເຂດຕາເວັນຕົກສ່ຽງໃຕ້. ທັງໝົດແມ່ນເພື່ອຊີວິດອັນສະຫງົບສຸກຂອງພໍ່ແມ່ປະຊາຊົນ”.

ຕອນບ່າຍວັນທີ 29 ມີນາ, ກໍ່າປັ່ນ 936 ໄດ້ອອກຈາກທ່າ ເກື໋ອຕ໋ຽວ ກັບເມືອ ທ່າກໍ່າປັ່ນການທະຫານ ກອງພັນນ້ອຍ 125 ຢູ່ ກາດລ໊າຍ, ນະຄອນໂຮ່ຈີມິນ ເພື່ອຮັບເອົານໍ້າຈືດ ແລະ ສືບຕໍ່ຂົນສົ່ງນໍ້າຈືດຖ້ຽວທີ 4 ໄປໃຫ້ພໍ່ແມ່ພີ່ນ້ອງເຂດຖືກໄພແຫ້ງແລ້ງ ແລະ ນໍ້າທະເລຊືມ.


ຕອບກັບ

ຂ່າວ/ບົດ​ອື່ນ