ກາລະໂອກາດຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວຫວຽດນາມ-ສ.ເຊັກໂກ

ກາລະໂອກາດຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວຫວຽດນາມ-ສ.ເຊັກໂກ - ảnh 1
(ພາບປະ​ກອບ)

(vovworld) –​ ​​ຫວຽດ​ນາມ ແລະ ສ.ເຊັກ​ໂກ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອ​ນ​ຫຼວງ Praha ໃນ​ວັນ​ທີ 14/03 ຈະ​ມາ​ເຖິງ, ເພື່​ອ​ແນ​ໃສ່​ຂຸ​ດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນດ້ານ​ການ​ທ່ອງ​ທ່ຽວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແກ້​ໄຂ​ບັນ​ດາ​ຮົ້ວ​ກີ​ດ​ຂວາງ​ໃນ​ຂົງ​ເຂດນີ້​ລະ​ຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ​່າວ​ປ​ະ​ກາດ​ເຫດ​ການໃນ​ວັນ​ທີ 02/03, ທ່ານ​ເອ​ກອ​ັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ.ຫວຽດ​ນາມ ປະ​ຈຳ​ສ.ເຊັກ​ໂກ ເຈື​ອງ​ແມ້ງ​ເຊີນ ເນັ້ນ​ໜັກ​ວ່າ, ກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຈະ​ມາ​ເຖິງ ຈະ​ແມ່ນ​ໂອ​ກາດ​ເພື່ອໃຫ້​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ການ​ທ່​ອງ​ທ່ຽວ​ແຫ່ງ​ລັດ ແລະ ບັນ​ດາ​​ບໍ​ລິ​ສັດ​ທ່ອ​ງ​ທ່ຽວ 2 ປະ​ເທດ​ຊອກ​ຫາ​ມາດ​ຕະ​ການ​ຊຸກ​ຍູ້​​ການ​ຮ່ວມ​ມື​ໃນ​ຂົງ​ເຂດນີ້. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈືອງ​ແມ້ງ​ເຊີນ ໃຫ້​ຮູ້​ວ່າ.

      “ຜ່ານກອງ​ປະ​ຊຸມ​ສຳ​ມະ​ນາ, ພວກ​ຂ້າ​ພ​ະ​ເ​ຈົ້າ​ໄດ້​ວາງ​ອອກ​ຄາດ​ໝາຍ​ເພື່ອ​ໃຫ​້​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ກະ​ຊວງ​ພັດ​ທະ​ນາ​ເຂດ​ຂອງ​ສ.ເຊັກ​ໂກ ພົບ​ປະ, ແລກ​ປ່ຽນ ແລະ ລົ​ງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື. ພ້ອມ​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ເຊັກ​ໂກ ເພື່ອ​ພ້ອມ​ກັນ​ປຶກ​ສາ​ຫາ​ລື, ແກ້​ໄຂ​ບັນ​ດາ​ບັນ​ຫາ​ຄື ສາຍ​ການ​ບິນ​ໂດຍ​ກົງ, ວີ​ຊາ, ລາ​ຄາ​ການ​ບໍ​ລິ​ການ ເພື່ອ​ເຮັດ​ແນວ​ໃດ​ນຳ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ໄປ​ເຊັກ​ໂກ ແລະ ກົງ​ກັນ​ຂ້າມ”.

ຂ່າວ/ບົດ​ອື່ນ