ກາລະໂອກາດສຳລັບຜະລິດຕະພັນກະເສດຂອງ ຫວຽດນາມ ຢູ່ຕະຫຼາດລັດເຊຍ

(VOVWORLD) - ວັນທີ 11 ກັນຍາ, ຢູ່ສູນວາງສະແດງ Expocenter ໄດ້ໄຂງານວາງສະແດງສາກົນສະບຽງອາຫານ World Food Moscow 2017. 
ກາລະໂອກາດສຳລັບຜະລິດຕະພັນກະເສດຂອງ ຫວຽດນາມ ຢູ່ຕະຫຼາດລັດເຊຍ - ảnh 1 ພາບປະກອບ

ເຫດການນີ້ມີຄວາມໝາຍສຳຄັນພິເສດສຳລັບບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມໃນໂອກາດທີ່ຂໍ້ຕົກລົງກ່ຽວກັບເຂດການຄ້າເສລີລະຫວ່າງ ຫວຽດນາມ - ສຳພັນທະມິດເສດຖະກິດ ອາຊີ - ເອີລົບ (FTA ຫວຽດນາມ - EAEU) ມີຜົນສັກສິດຄົບຮອບ 1 ປີ. ວິສາຫະກິດ 8 ແຫ່ງມາຈາກ ຫວຽດນາມ ພ້ອມກັບບັນດາວິສາຫະກິດ ຫວຽດນາມ ພວມເຄື່ອນໄຫວຢູ່ຕະຫຼາດລັດເຊຍ ໄດ້ນຳມາວາງສະແດງບັນດາປະເພດສິນຄ້າຄື: ເຄື່ອງເທດ, ຊາ, ກາເຟ, ໝາກໄມ້, ບັນດາຜະລິດຕະພັນນ້ຳແຈ່ວ, ຜະລິດຕະພັນຈາກນົມ. ທ່ານ ເຈີ່ນແທ່ງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: ນີ້ແມ່ນກາລະໂອກາດທີ່ດີເພື່ອສຳຫຼວດຄວາມນິຍົມຂອງລູກຄ້າ, ສຳຫຼວດຕະຫຼາດ ແລະ ຊອກຫາລູກຄ້າໃຫ້ແກ່ບັນດາຜະລິດຕະພັນກະເສດຂອງ ຫວຽດນາມ ຢູ່ຕະຫຼາດ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ