ກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ອິນໂດເນເຊຍ ຮ່ວມມືລົງທຶນ

(VOVWORLD) - ທ່ານ Salim ຫົວໜ້າສະຖານກົງສູນ ໃຫ້ຮູ້ວ່າ: ໜຶ່ງໃນບັນດາເນື້ອໃນສຳຄັນເຊິ່ງ ອິນໂດເນເຊຍ ຢາກປະຕິບັດຢູ່ແຂວງ ເກີນເທີ ແມ່ນຍູ້ແຮງການຮ່ວມມືດ້ານກະສິກຳ

ວັນທີ 4 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ເກີນເທີ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ Hanif Salim, ຫົວໜ້າສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳນະຄອນໂຮ່ຈີມິນ ກ່ຽວກັບແງ່ຫວັງການຮ່ວມມືຫຼາຍຂົງເຂດລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ Salim ຫົວໜ້າສະຖານກົງສູນ ໃຫ້ຮູ້ວ່າ: ໜຶ່ງໃນບັນດາເນື້ອໃນສຳຄັນເຊິ່ງ ອິນໂດເນເຊຍ ຢາກປະຕິບັດຢູ່ແຂວງ ເກີນເທີ ແມ່ນຍູ້ແຮງການຮ່ວມມືດ້ານກະສິກຳ, ພິເສດແມ່ນສຳລັບບັນດາປະເພດສິນຄ້າຜະລິດຕະພັນກະເສດຕົ້ນຕໍຄື: ເຂົ້າສານ, ໝາກໄມ້… ຝ່າຍອິນໂດເນເຊຍ ພ້ອມແລ້ວທີ່ຈະຮ່ວມມືຖ່າຍທອດເຕັກໂນໂລຊີສູງໃນການຜະລິດ, ການປຸງແຕ່ງ, ການຈຳໜ່າຍຜະລິດຕະພັນກະເສດໃຫ້ນະຄອນເກີນເທີ; ເພີ່ມທະວີການແລກປ່ຽນຄູອາຈານ, ນັກສຶກສາ ເກີນເທີ ໄປຮ່ຳຮຽນ, ຝຶກອົບຮົມຢູ່ບັນດາຮາກຖານການສຶກສາທີ່ມີຊື່ສຽງຂອງ ອິນໂດເນເຊຍ; ຕັ້ງໜ້າຂົນຂວາຍບັນດາອົງການທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວ ແລະ ວິສາຫະກິດທ້ອງຖິ່ນເພີ່ມທະວີການຮ່ວມມືແລກປ່ຽນແຂກທ່ອງທ່ຽວ ແລະ ໜູນຊ່ວຍນະຄອນໂຮ່ຈີມິນ ໃນບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວລະຫວ່າງ 2 ຝ່າຍ.

        ສ່ວນທ່ານ ເຈືອງກວາງຮ່ວາຍນາມ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເຫັນດີເປັນເອກະພາບຕໍ່ແຜນການ, ຂໍ້ສະເໜີຂອງຫົວໜ້າສະຖານກົງສູນໃຫຍ່ ອິນໂດເນເຊຍ, ພ້ອມທັງຢັ້ງຢືນວ່າການຮ່ວມມືກັບ ອິນໂດເນເຊຍ ແມ່ນໜຶ່ງໃນບັນດາຈຸດສຸມໃນຍຸດທະສາດດຶງດູດການລົງທຶນ ແລະ ພັດທະນາເສດຖະກິດແບບຍືນຍົງຂອງນະຄອນເກີນເທີ ກໍ່ຄືເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ