ກ້າວໄປເຖິງການໂຮມ 2 ສະມາຄົມສາສະໜາໂປແຕັສຕັງໃນທົ່ວປະເທດເປັນເອກະພາບ

ກ້າວໄປເຖິງການໂຮມ 2 ສະມາຄົມສາສະໜາໂປແຕັສຕັງໃນທົ່ວປະເທດເປັນເອກະພາບ - ảnh 1
ກອງ​ປະຊຸມ​ສະມັດຊາ​ໃຫຍ່ຄັ້ງ​ທີ່ 34 ສະມາຄົມ​ສາສະໜາ​
ໂປ​ແຕັສຕັງ​ຫວຽດນາມພາກ​ເໜືອ

(Vovworld)-   ມີ​ຜູ້​ແທນ​ເກືອ​ບ 500 ຄົນ​ທີ່​ມາ​ຈາກ 27 ​ແຂວງ​ພາກ​ເໜືອ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ​ໃນ​ວັນ​ທີ 2/10 ​ເພື່ອ​ເຂົ້າ​ຮ່ວມ ກອງ​ປະຊຸມ​ສະມັດຊາ​ໃຫຍ່ຄັ້ງ​ທີ່ 34 ສະມາຄົມ​ສາສະໜາ​ໂປ​ແຕັສຕັງ​ຫວຽດນາມພາກ​ເໜືອ. ໜຶ່ງ​ໃນ​ບັນດາ​ວຽກ​ງານ​ທີ່​ສຳຄັນ​ຂອງ ກອງ​ປະຊຸມ​ສະມັດຊາ​ໃຫຍ່ຄັ້ງ​ນີ້ ​ແມ່ນ​ປຶກສາ​ຫາລື​ການ​ໂຮມ ສະມາຄົມ​ສາສະໜາ​ໂປ​ແຕັສຕັງພາກ​ເໜືອ ​ແລະ ພາກ​ໃຕ້​ເຂົ້າກັນ​ເປັນ​ເອກະ​ພາບ. ບາດ​ຫຼວງ ຟຸ່ງກວາງ​ຮ້ວຽນ ຮອງ​ປະທານ ສະມາຄົມ​ສາສະໜາ​ໂປ​ແຕັສຕັງ​ຫວຽດນາມ​ພາກ​ເໜືອ​ໃຫ້​ຮູ້​ວ່າ :

  “ ຄວາມມຸ່ງຫວັງຂອງບັນດາບາດຫຼວງ,​ນັກບວດ, ສາສະນິກກະຊົນ 2 ພາກເໜືອໃຕ້ແມ່ນ ໂຮມສະມາຄົມ ສາສະໜາເປັນເອກະພາບ. ເພື່ອກ້າວໄປເຖິງ ຈຸດໝາຍນີ້, ຄະນະບໍລິຫານງານ 2 ພາກ ໄດ້ມີການພົບ ປະກັນ, ພ້ອມກັນພິຈາລະນາຮ່າງກົດບັດລວມ ແລະ ຈະຍື່ນສະເໜີຄະນະສາສະໜາ ລັດຖະບານ​ເພື່ອ​ຂໍອະນຸຍາດ​ຈາດ​ລັດ​ສ້າງສະມາຄົມສາສະໜາເປັນເອກະພາບ. ຂ້າພະ​ເຈົາປາດ​ຖະໜາ​ວ່າ, ​ໃນ​ມໍ່​ນີ້,ກອງ​ປະຊຸມ​ສະມັດຊາ​ໃຫຍ່​ທົ່ວ​ປະ​ເທດຈະ​ຖືກ​ຈັດ​ຂຶ້ນຊຶ່ງ​ແມ່ນ​ເຫດການ​ທີ່​ຄວາມ​ໝາຍ​ສູງສົ່ງ. ກ່ອນ​ນີ້, ສະມາຄົມ​ສາສະໜາ​ໂປ​ແຕັສຕັງ​ມີ​ພຽງ​ຊື່​ເອີ້ນ​ດຽວ​ວ່າ ສະມາຄົມ​ສາສະໜາ​ໂປ​ແຕັສຕັງ​ຫວຽດນາມ​ເທົ່ານັ້ນ ”

    ທີ່ ກອງ​ປະຊຸມ​ສະມັດຊາ​ໃຫຍ່, ຕາງໜ້າ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຄະນະ​ສາ​ສະໜາ​ລັດຖະບານ​ສະ​ແດງ​ຄວາມ​ຫວັງ​ວ່າ : ສະມາຄົມ​ສາສະໜາ​ໂປ​ແຕັສຕັງ​ຫວຽດນາມ​ພາກ​ເໜືອ ຈະ​ສື​ບຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ຜູກ​ພັນ​ກັບ​ສາສະໜາ​ອື່ນ, ຜູກ​ພັນ​ກັບ​ອຳນາດ​ການ​ປົກຄອງ, ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາດ .

ຂ່າວ/ບົດ​ອື່ນ