ກ່ຳປັ່ນຂົນສົ່ງທັນຍາຫານລຳທີ 25 ເດີນທາງອອກຈາກ ຢູແກຼນ ຕາມຂໍ້ຕົກລົງກັບ ລັດເຊຍ

(VOVWORLD) -ມາຮອດປະຈຸບັນ, ມີທັນຍາຫານຂອງ ຢູແກຼນ ຈຳນວນ 600.000 ໂຕນໄດ້ສົ່ງອອກ ຜ່ານ “ແລວປອດໄພ” ເຊິ່ງ ມົດສະກູ ແລະ ກີແອັບ ເຫັນດີຢູ່ ອິດສະຕານບູນ (ຕວກກີ) ໃນເດືອນ ກໍລະກົດ.
ກ່ຳປັ່ນຂົນສົ່ງທັນຍາຫານລຳທີ 25 ເດີນທາງອອກຈາກ ຢູແກຼນ ຕາມຂໍ້ຕົກລົງກັບ ລັດເຊຍ - ảnh 1ມາຮອດປະຈຸບັນ, ມີທັນຍາຫານຂອງ ຢູແກຼນ ຈຳນວນ 600.000 ໂຕນໄດ້ສົ່ງອອກ
(ພາບ: AFP/TTXVN)

ວັນທີ 18 ສິງຫາ, ຢູແກຼນ ໃຫ້ຮູ້ວ່າ ກ່ຳປັ່ນຂົນສົ່ງທັນຍາຫານລຳທີ 25 ໄດ້ເດີນທາງອອກຈາກທ່າກ່ຳປັ່ນຂອງປະເທດນີ້ ຕາມຂໍ້ຕົກລົງກັບ ລັດເຊຍ ໂດຍ ຕວກກີ ແລະ ສະຫະປະຊາຊາດ ເປັນຄົນກາງໄກ່ເກ່ຍ. ກ່ຳປັ່ນລຳດັ່ງກ່າວອອກເດີນທາງໃນສະພາບທີ່ ທ່ານປະທານາທິບໍດີ ຕວກກີ Tayyip Erdogan ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Gterres ພວມດຳເນີນການເຈລະຈາຢູ່ນະຄອນ Lvov (ທາງທິດຕາເວັນຕົກ ຢູແກຼນ) ພ້ອມກັບທ່ານ Volodymyr Zelensky, ປະທານາທິບໍດີປະເທດ ຢູແກຼນ. ສິນຄ້າດັ່ງກ່າວຈະສົ່ງໄປຍັງ ອີຢິບ ໃນຊຸມມື້ຈະມາເຖິງ. ມາຮອດປະຈຸບັນ, ມີທັນຍາຫານຂອງ ຢູແກຼນ ຈຳນວນ 600.000 ໂຕນໄດ້ສົ່ງອອກ ຜ່ານ “ແລວປອດໄພ” ເຊິ່ງ ມົດສະກູ ແລະ ກີແອັບ ເຫັນດີຢູ່ ອິດສະຕານບູນ (ຕວກກີ) ໃນເດືອນ ກໍລະກົດ. 

ຕອບກັບ

ຂ່າວ/ບົດ​ອື່ນ