ກຳປັ່ນທະຫານ40ລຳເຂົ້າຮ່ວມການຊ້ອມຮົບຮ່ວມທະຫານເຮືອອາຊຽນ+8

ກຳປັ່ນທະຫານ40ລຳເຂົ້າຮ່ວມການຊ້ອມຮົບຮ່ວມທະຫານເຮືອອາຊຽນ+8 - ảnh 1
ພາບປະກອບ:phunutoday.vn


(vovworld)-  ພົນ​ເຮືອ​ເອກ Agus Heryana, ຜູ້​ບັນ​ຊາ​ການ​ທະຫານ​ເຮືອ​ເຂດ​ 4 ຂອງ​ອິນ​ໂດ​ເນ​ເຊຍ ຢູ່ Tanjungpinang ​ໃຫ້​ຮູ້​ວ່າ: ມີ​ກຳ​ປັ່ນ​ທະຫານຢ່າງ​ຫນ້ອຍ​ສຸດ 40 ລຳຂອງ​ທະຫານ​ເຮືອ​ 10 ປະ​ເທດສະມາຊິກ ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື​ຄູ່​ເຈລະຈາ​ຂອງ ອາ​ຊຽນ ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ ອາ​ຊຽນ +8 ຈະ​ມາ​ເຖິງ. ຕາມ​ຂໍ້ລິ​ເລີ່​ມ​ໂດຍ ອິນ​ໂດ​ເນ​ເຊຍ ​ແລະ ອາ​ເມ​ລິ​ກາ ສະ​ເຫ​ນີ, ອາ​ຊຽນ ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ທະຫານ​ເຮືອ​ຫລາຍ​ຝ່າຍ​ກັບ 8 ປະ​ເທດ​ຄູ່​ເຈ​ລະ​ຈາ ​ໂດຍ​ອິນ​​ໂດ​ເນ​ເຊຍ ​ເປັນ​ເຈົ້າພາບ. ການ​ຊ້ອມ​ຮົບ​ດັ່ງກ່າວ​ດຳ​ເນີນ​ໃນ​ເດືອນ 4/2014 ຢູ່ ບັນດາ​ເຂດ​ທະ​ເລ Batam, Natuna ​ແລະ Anambas ຂຶ້ນ​ກັບ ອິນ​ໂດ​ເນ​ເຊຍ ຕິດ​ກັບ​ທະ​ເລ​ຕາ​ເວັນ​ອອກ. ການ​ຊ້ອມ​ຮົບ​ດັ່ງກ່າວ​ບໍ່​ພຽງ​ແຕ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຍົກ​ສູງ​ຄວາມ​ຊຳນານ​ງານ​ການ​ປະ​ຕິ​ບັດ​ຫນ້າ​ທີ່ ​ແລະ ການ​ສົມທົບ​​ເຄ່ືອນ​ໄຫວ​ຂອງ​ທະຫານ​ເຮ​ືອບັນດາ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ປັບປຸງ​ບັນດາ​ເງື່ອນ​ໄຂ​ເສດຖະກິດ​ຂອງ​ປະຊາຊົນ​ປະ​ເທດ​ປະຈຳ​ຖິ່ນ ດ້ວຍ​ການ​ເຄ່ືອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ​ແລະ ສະຫນອງ​​ເຄ່ືອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນດາ​ກຳລັງ​ທະຫານ​ເຮືອ ອາ​ຊຽນ + 8 ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ.

 

ຂ່າວ/ບົດ​ອື່ນ