ກ່ຳປັ່ນທະຫານເຮືອສ.ເກົາຫຼີ ຢ້ຽມຢາມນະຄອນດ່ານັ້ງ

(VOVWORLD) -ຕອນເຊົ້າວັນທີ 11 ກັນຍາ, ກ່ຳປັ່ນຂັບໄລ່ ROKS Moon Mu The Great ຂອງທະຫານເຮືອສ.ເກົາຫຼີ ພ້ອມກັບນາຍທະຫານ ແລະ ລູກເຮືອກວ່າ 300 ຄົນ, ໂດຍພັນເອກ Doh Jin Woo, ຫົວໜ້າຜູ້ບັນຊາການຝຶກຊ້ອມການລາດຕະເວັນບົນທະເລສ.ເກົາຫຼີ ເປັນຫົວໜ້າຄະນະໄດ້ເຂົ້າທຽບທ່າຕຽນຊາ, ເລີ່ມຕົ້ນການຢ້ຽມຢາມນະຄອນດ່ານັ້ງ ແຕ່ວັນທີ 11 – 14 ກັນຍາ.
ກ່ຳປັ່ນທະຫານເຮືອສ.ເກົາຫຼີ ຢ້ຽມຢາມນະຄອນດ່ານັ້ງ - ảnh 1(ກ່ຳປັ່ນທະຫານເຮືອສ.ເກົາຫຼີ ຢ້ຽມຢາມນະຄອນດ່ານັ້ງ)

 ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໃຫ້ເລິກເຊິ່ງກວ່າອີກ. ນີ້ແມ່ນການຢ້ຽມຢາມຄັ້ງທີ 2 ຂອງກ່ຳປັ່ນທະຫານເຮືອ ສ.ເກົາຫຼີ ເຂົ້າທຽບທ່າຕຽນຊາ, ດ່ານັ້ງ ແລະ ດຳເນີນບັນດາການເຄື່ອນໄຫວແລກປ່ຽນ, ພົບປະແລກປ່ຽນເພື່ອແນໃສ່ຈຸດປະສົງເພີ່ມທະວີການພົວພັນລະຫວ່າງກຳລັງທະຫານເຮືອຂອງ 2 ປະເທດ; 2 ຝ່າຍສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວຝືກຊ້ອມ, ແບ່ງປັນບົດນຽນເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງທະເລ, ຄວາມສັນຕິພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ