ກຳ່ປັ່ນຫາປານັບຮ້ອຍລຳໄປຫາປາຢູ່ເຂດທະເລເຈື່ອງຊາ

ກຳ່ປັ່ນຫາປານັບຮ້ອຍລຳໄປຫາປາຢູ່ເຂດທະເລເຈື່ອງຊາ - ảnh 1
ກຳ່​ປັ່ນ​ຫາ​ປາ​ນັບ​ຮ້ອຍ​ລຳ​ໄປ​ຫາ​ປາ​ຢູ່​​ເຂດ​ທະ​ເລ​ເຈື່ອງ​ຊາ
(ພາບ: ອິນເຕີແນດ)

(vovworld) - ຕອນ​ບ່າຍ​ວັນ​ທີ 13/2, ກຳ່​ປັ່ນ​ຫາ​ປາ​ນັບ​ຮ້ອຍ​ລຳ​ຂອງ​ແຂວງ ​ແຄ໋ງຮ່ວາ ​ໄດ້​ອອກ​ຈາກ​ທ່າໄປ​ຫາ​ປາ​ຢູ່​​ເຂດ​ທະ​ເລ​ ເຈື່ອງ​ຊາ, ​ເມືອງ ​ເຈື່ອງ​ຊາ, ​ເປີດ​ສາກ​ໃຫ້​ລະດູການ​ຫາ​ປາ​ໃນ​ປີ. ປະຈຸ​ບັນ, ​ແຂວງ ​ແຄ໋ງຮ່ວາ​ມີ​ກຳ​ປັ່ນ​ຫາ​ປາປະ​ມານ 10.000 ລຳ, ​ໃນ​ນັ້ນ​ກຳ່​ປັ່ນ​ຫາ​ປາ​ທີ່​ມີ​ກຳລັງ​ແຮງ​ສູງ, ສາມາດ​ຫາ​ປາ​ຢູ່​ໄກ​ຝັ່ງ​ໄດ້​ແມ່ນ 1.000 ກວ່າ​ລຳ. ທົ່ວ​ແຂວງ​ມີ​ທ່າ​ກຳ່​ປັ່ນຫາ​ປາ 5 ​ແຫ່ງ, ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ການ​ລົງທຶນປັບປຸງ​ຍົກ​ລະດັບຢ່າງທັນ​ສະ​ໄໝ​ເພື່ອ​ຮັບ​ໃຊ້​ໃຫ້​ຊາວ​ປະມົງ. ​ ວັນ​ທີ 13/2, ຢູ່​ທ່າ​ກຳ່​ປັ່ນ​ຕ່າງໆ​ລ້ວນ​ແຕ່​ມີ​ກຳ່​ປັ່ນ​ແຕ່ 10-30 ລຳ​ອອກ​ສູ່​ທະ​ເລ​​ໄປຫາ​ປາ. ຢູ່​ແຂວງ ບິ່ງ​ທ້ວນ, ຊາວ​ປະມົງ​ຫຼາຍ​ຄົນ​ໄດ້​ເລີ່​ມອອກ​ຈາກ​ທ່າ​ກຳ່​ປັ່ນ​ໄປ​ຫາ​ປາ​ຢູ່​ທະ​ເລ ​ເຈື່ອງ​ຊາ. ອ້າຍ ​ເລ​ແຕ່​ວຢຸງ, ​ເຈົ້າ​ຂອງ​ກຳ່​ປັ່ນ​ຫາ​ປາ, ​ໃຫ້​ຮູ້​ວ່າ: ​ໃນ​ການ​ອອກ​ສູ່ທະ​ເລ​ຄັ້ງ​ນີ້, ກຳ່​ປັ່ນ​ຂອງ​ອ້າຍຈະ​ຫາ​ປາ​ໃນ​ເວລາ​ປະມານ 20 ວັນ.

ປີ​ນີ້​ຫວັງ​ວ່າ​ຈະ​ຫາ​ປາ​​ໄດ້້ຫຼາຍ. ອາຊີບ​ປະມົງ​ໃນ​ປະຈຸ​ບັນ​ກໍ່​ອຳ​ນວຍ​ຄວາມ​ສະດວກ​ກວ່າ​ຊຸມ​ປີ​ກ່ອນ. ຕົ້ນ​ປີ​ເດີນທາງ​ອອກ​ສູ່​ທະ​ເລ, ຜູ້​ໃດ​ກໍ່​ປາຖະໜາ​ຢາກ​ຫາ​ສິນ​ທະ​ເລໄດ້​ຫຼາຍ“.

ຂ່າວ/ບົດ​ອື່ນ