ກຳ່ປັ່ນຮັບຂອງອາເມລິກາເຂົ້າໃກ້ຫາດດອນຫິນຈື໋ເທີບຢູ່ທະເລຕາເວັນອອກ

ກຳ່ປັ່ນຮັບຂອງອາເມລິກາເຂົ້າໃກ້ຫາດດອນຫິນຈື໋ເທີບຢູ່ທະເລຕາເວັນອອກ - ảnh 1
ກຳ່ປັ່ນ USS William P.Lawrence ຂອງ ອາເມລິກາ
 (ພາບປະກອບ: navy.mil)

(vovworld) – ວັນ​ທີ 10/5, ອາ​ເມ​ລິ​ກາ ​ໄດ້​ສົ່ງ​ກຳ່​ປັ່ນຮົບ USS William P.Lawrence ຂອງ​​ປະ​ເທດ​ນີ້​ເຂົ້າ​ບໍ​ລິ​ເວນ 12 ​ໄມ​ທະ​ເລ​ອ້ອມ​ເຂດດອນ​ຫິນ ຈື​໋​ເທີບ​ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ​ຂອງ ຫວຽດນາມ. ປະຈຸ​ບັນ, ຈີນ ພວມ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ບູລະນະ ​ແລະ ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ຫາດ​ດອນຫິນ ຈື໋​ເທີບ. ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ທ່ານ Bill Urbancho ​ໃຫ້​ຮູ້​ວ່າ: ການ​ເຄື່ອ​ນ​ໄຫວ​​ການ​ເດີນ​ເຮືອ​ຢ່າງ ເສລີ ໂດ​ຍກຳ່​ປັ່ນ USS William P.Lawrence ປະຕິບັດ​ແມ່ນ​ເພື່ອ​ແນ​ໃສ່ “​ທ້າ​ທາຍ​ຕໍ່​ບັນດາ​ຄຳ​ຖະ​ແຫຼ​ງກ່ຽວ​ກັບການ​ເດີນ​ເຮືອ​ເກີນ​ຂອບ​​ເຂດຂອງ​ບາງ​ຝ່າຍ​​ໄດ້​ຖະ​ແຫຼ​ງປະ​ກາດອະທິປະ​ໄຕ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ”. ທ່ານ​ໄດ້​ເວົ້າ​ຕື່ມ​ອີກ​ວ່າ: “ບັນດາ​ຄຳ​ຖະ​ແຫຼ​ງປະກາດອະທິປະ​ໄຕ​ເຂດ​ນ່ານທະ​ເລ​ເກີດ​ຂອບ​ເຂດນັ້ນ​​ໄດ້ໄປ​ຝືນ​ກັບ​ກົດໝາຍ​ສາກົນ, ຄື​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS), ​ຍ້ອນ​ການ​ຈຳກັດ​ສິດ​ເສລີ​ໄປມາ​ທີ່ ອາ​ເມ​ລິ​ກາ ​ແລະ ທຸກໆ​ປະ​ເທດ​ລ້ວນ​ແຕ່​ໄດ້ຊົມ​​​ໃຊ້.”



ຂ່າວ/ບົດ​ອື່ນ