ກ​ຳ​ປູ​ເຈຍ, ລາວ, ຫວຽດ​ນາມ​ຮັບ​ຮອງ​ເອົາ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ

(VOVWORLD) -ວັນທີ 9 ທັນວາ, ບັນດາການນຳກຳປູເຈຍ, ລາວ, ຫວຽດນາມ (CLV) ໄດ້ຮັບຮອງເອົາແຜນການພັດທະນາການທ່ອງທ່ຽວ ຂອງເຂດສາມລຽມ ພັດທະນາ CLV ໄລຍະ 2020 – 2025, ວິໄສທັດ ຮອດປີ 2030 ຢູ່ກອງປະຊຸມສຸດຍອດ CLV ຄັ້ງທີ 11 ໂດຍໄດ້ດຳເນີນຕາມຮູບການທາງອອນລາຍ.
ກ​ຳ​ປູ​ເຈຍ, ລາວ, ຫວຽດ​ນາມ​ຮັບ​ຮອງ​ເອົາ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ - ảnh 1 ກອງປະຊຸມສຸດຍອດ CLV ຄັ້ງທີ 11  (ພາບ: TTXVN)

ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun ໃຫ້ຮູ້ວ່າ ລັດຖະບານ ກຳປູເຈຍ ໄດ້ລົງທຶນພັດທະນາ 4 ແຂວງຂອງປະເທດນີ້ ທີ່ຢູ່ໃນເຂດສາມລ່ຽມພັດທະນາ ເປັນຈຳນວນເງິນຫຼາຍກ່ວາ 3 ລ້ານ USD. ການລົງທຶນຂອງລັດຖະບານໄດ້ຊ່ວຍໃຫ້ຍອດປະລິມານການຜະລິດໃນທົ່ວປະເທດຂອງ 4 ແຂວງນີ້ໃນປີ 2020 ເພີ່ມຂຶ້ນ 12%ເມື່ອທຽບໃສ່ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ