ກຳປູເຈຍ ແລະ ໄທ ເປັນເອກະພາບ ແກ້ໄຂການພິພາດຢູ່ເຂດຊາຍແດນ

ກຳປູເຈຍ ແລະ ໄທ ເປັນເອກະພາບ     ແກ້ໄຂການພິພາດຢູ່ເຂດຊາຍແດນ - ảnh 1
​ພະ​ວິຫານ Preah Vihear
ພາບ:internet

(vovworld) - ວົງ​ການ​ເຈົ້າ​ຫນ້າ​ທີ່ ກຳປູ​ເຈຍ ​ແລະ ​ໄທ ​ໄດ້​ເຫັນ​ດີ​ແກ້​ໄຂ​ການ​ພິພາດ​ຢູ່​ເຂດ​ຊາຍ​ແດນ ຜ່ານ​ອະນຸ​ສັນຍາ MOU ທີ່​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2000 ​ແລະ ບັນດາ​ຂໍ້​ຕົກລົງ​ຂອງ​ສານຍຸ​ຕິ​ທຳ​ສາກົນ (ICJ). ​ທີ່​ການ​ພົບ​ປະ​ແກ່​ຍາວ​ຫນຶ່ງ​ຊົ່ວ​ໂມງ ຢູ່ Preah Vihear ​ໃນ​ວັນ​ທີ 26/2, ທ່ານ Tea Banh ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ​ແລະ ຄູ່​ຕຳ​ແຫນ່​ງ​ໄທ ສຸ​ກັນ​ພົນ ສຸວັນນະ​ທັບ ​ໄດ້​ເຫັນ​ດີ​ອະນຸຍາດ​ໃຫ້​ຄະນະ​ກຳມະການ​ປະສົມ​ທີ່​ໄດ້ສ້າງຕັ້ງມາ​ແລ້ວ​ຂອງ​ສອງ​ຝ່າຍ ດຳ​ເນີນ​ການ​ເກັບ​ກູ້ລູກ​ລະ​ເບີດ ​ແລະ ວັດ​ແທກ​​ລຽບ​ຕາມ​ເຂດ​ທີ່ເກີດການ​ພິພາດ​​​ໃກ້​ກັບ​ພະ​ວິຫານ Preah Vihear ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ. ຝ່າຍ​ໄທ ກໍ​ເຫັນ​ດີ​ຈະ​ແຈ້ງ​ໃຫ້​ຝ່າຍ​ກຳ​ປູ​ເຈຍ ຊາບ ຈຸດ​ເວລາ​ຖອນ​ທະຫານ​ອອກ​ຈາກ​ເຂດ​ປອດ​ການ​ທະຫານ​ຢູ່ Preah Vihear ພ້ອມ​ທັງ              ​ສະ​ເຫ​ນີຝ່າຍ​ກຳປູ​ເຈຍ ຕ້ອງ​ມີ​ມາດ​ຕະການ​ສະກັດ​ກັ້ນ​ສະພາບ​ປະຊາຊົນ​ຂ້າມ​ຊາຍ​ແດນ​ໄປ​ຂຸດ​ຄົ້ນ​ໄມ້​ເຖື່ອນ ກໍ​ຄື​ຮັກສາ​ຫລັກ​ໝາຍ​ຊາຍ​ແດນ​ເລກ 43 ​ແລະ 46 ຢູ່​ແຂວງ Banteay Meanchey.

 

ຂ່າວ/ບົດ​ອື່ນ