ກຳປູເຈຍ ແລະ ໄທ ເລີ່ມດຳເນີນການ ອະພິປາຍຢູ່ ICJ

ກຳປູເຈຍ ແລະ ໄທ ເລີ່ມດຳເນີນການ ອະພິປາຍຢູ່ ICJ  - ảnh 1

(ພາບ:vov.vn)

(vovworld)- ​ວັນ​ທີ 15/4, ກຳປູ​ເຈຍ ​ແລະ ​ໄທ ​​ເລີ່​ມດຳ​ເນີນ​ການ​ອະພິປາຍ​ຢູ່ສານຍຸດຕິທຳ​ສາກົນ (ICJ) ຢູ່​ໂຮ​ນລັງ ກ່ຽວ​ກັບ​​ເຂດ​ພິພາດຢູ່​ອ້ອມ​ວິຫານ Preah Vihear. ການ​ອະພິປາຍ​ທີ່​ແກ່ຍາວ​ໃນ​ເວລາ 7 ວັນ​ນີ້ ຖືກ​ດຳ​ເນີນ​ໄປ​ພາຍຫຼັງ​ເວ​ລາ 2 ປີ​ນັບ​ແຕ່ກຳປູ​ເຈຍ ສະ​ເໜີ​ໃຫ້​ສານ​ດັ່ງກ່າວ​ເຮັດ​ແຈ້ງ​ກ່ຽວ​ກັບ​ການ​ຕັດສິນ​ຂອງ​ສານ​ເມື່ອ​ປີ 1962 ທີ່ກ່ຽວ​ຂ້ອງ​ເຖິງ​ເຂດ​ພິພາດຢູ່ອ້ອມ​ແອ້ມ​ວິຫານ​ເກົ່າ​ທີ່​ຕັ້ງຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ໄທ ​ແຫ່ງ​ນີ້. ກ່າວ​ຄຳ​ເຫັນ​ທີ່​ວາລະ​ອະພິປາຍ, ທ່ານ Hor Namhong ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳປູ​ເຈຍ ​ເນັ້ນໜັກ​ວ່າ: ຖ້າ​ການ​ຕັດສິນ​ເມື່ອ​ປີ 1962 ຂອງ ICJ ບໍ່​ໄດ້ເຮັດ​ແຈ້ງ​, ອາດ​ຈະກໍ່ “ບັນດາ​ຜົນ​ຮ້າຍ​ທີ່​ບໍ່​ຢາກ​ມີ“, ກີດຂວາງ​ປະຊາຊົນ​ກຳປູ​ເຈຍ ​ແລະ ​ໄທ ​​ດຳລົງ​ຊີວິດ​ຢູ່​​ໃນ​ສະພາບ​ສະໜິດສະໜົມ, ສັນຕິພາບ ​ແລ​ະ ການ​ຮ່ວມ​ມື. ຕາມ​ທ່ານ Hor Namhong ​ແລ້ວ, ວິຫານ Preah Vihear ​ແມ່ນ​ສັນຍາ​ລັກ​ສຳຄັນ​ຂອງ​ສາຍ​ພົວພັນ​ສັນຕິພາບ​ລະຫວ່າງ​ສອງ​ປະ​ເທດ. ຕາມ​ແຜນການ​ແລ້ວ, ICJ ຈະ​ຮັບ​ຟັງ​ບັນດາ​ເຈົ້າໜ້າ​ທີ່​ຂອງ​ປະ​ເທດ​ກຳປູ​ເຍ ​ແລະ ​ໄທ ລາຍ​ງານ​ທັດສະນະ​ແຕ່​ວັນ​ທີ 15-19/4 ກ່ອນ​ທີ່​ຈະ​ອອກ​ຄຳ​ຕັດສິນ​ໃນ​ເດືອນ 10/2013.

ຂ່າວ/ບົດ​ອື່ນ