ກຳປູເຈຍ ໃຫ້ຂ່າວກັບຜູ້ຕາງໜ້າທາງການທູດຂອງບັນດາປະເທດກ່ຽວກັບສະພາບການຊາຍແດນ ກັບ ໄທ
(VOVWORLD) - ລັດຖະບານ ລາຊະອານາຈັກ ກຳປູເຈຍ ໄດ້ວາງອອກບັນດາມາດຕະການທາງການທະຫານ, ການທູດ, ນິຕິກຳ ແລະ ບໍລິຫານ ເພື່ອເປັນເຈົ້າການປ້ອງກັນຕົວ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn (ພາບ: ກະຊວງການຕ່າງປະເທດ ກຳປູເຈຍ) |
ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ, ເມື່ອກ່າວຄຳເຫັນຕໍ່ເອກອັກຄະລັດຖະທູດ, ຜູ້ຕາງໜ້າທາງການທູດຂອງບັນດາປະເທດປະຈຳ ກຳປູເຈຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn ໄດ້ໃຫ້ຂ່າວອັບເດດກ່ຽວກັບບັນດາການຜັນແປທີ່ກ່ຽວຂ້ອງເຖິງຂັດແຍ້ງກັນຢູ່ເຂດຊາຍແດນຕິດກັບໄທ, ນັບແຕ່ພາຍຫຼັງການປະທະກັນທີ່ເກີດຂຶ້ນໃນວັນທີ 28 ພຶດສະພາ ຢູ່ເຂດຂັດແຍ້ງ Mom Bei ເຮັດໃຫ້ທະຫານຄົນໜຶ່ງຂອງ ກຳປູເຈຍ ເສຍຊີວິດ. ທ່ານຮອງນາຍົກລັດຖະມົນຕີ Prak Sokhonn ເນັ້ນໜັກວ່າ ລັດຖະບານ ລາຊະອານາຈັກ ກຳປູເຈຍ ໄດ້ວາງອອກບັນດາມາດຕະການທາງການທະຫານ, ການທູດ, ນິຕິກຳ ແລະ ບໍລິຫານ ເພື່ອເປັນເຈົ້າການປ້ອງກັນຕົວ ເຊັ່ນ: ປິດດ່ານຊາຍແດນ Daung, ຢຸດຕິການຊື້ Bandwidth ຄວາມໄວໃນການຮັບສົ່ງຂໍ້ມູນທາງອິນເຕີເນັດ ຈາກ ໄທ ແລະ ສາຍຟິມຮູບເງົາໄທ, ກໍຄືເພີ່ມທະວີບັນດາມາດຕະການກຽມພ້ອມປົກປັກຮັກສາອະທິປະໄຕ, ຜົນປະໂຫຍດ ແລະ ກຽດສັກສີແຫ່ງຊາດ.
ທ່ານຮອງນາຍົກລັດຖະມົນຕີ Prak Sokhom ຢັ້ງຢືນຄືນຫຼັກໝັ້ນຂອງ ກຳປູເຈຍ ນັ້ນແມ່ນຊອກຫາວິທີແກ້ໄຂການຂີດເສັ້ນຊາຍແດນກັບບັນດາປະເທດບ້ານໃກ້ເຮືອນຄຽງຢ່າງຂາດຂັ້ນຕາມກົດໝາຍສາກົນ. ທ່ານເນັ້ນໜັກວ່າ ກຳປູເຈຍ ເຄົາລົບສັນຕິພາບ ແລະ ກົດໝາຍສາກົນ, ບໍ່ມີເຈດຕະນາຍາດເອົາດິນແດນຂອງປະເທດອື່ນ, ແຕ່ກໍບໍ່ອາດສະຫຼະດິນແດນຂອງປະເທດຕົນ.
ນັກຂ່າວ VOV ປະຈຳ ກຳປູເຈຍ