ກຳປູເຈຍ-ໄທ ເຫັນດີຕໍ່ຂໍ້ສະເໜີຢຸດຍິງຂອງທ່ານປະທານາທິບໍດີ ອາເມລິກາ
(VOVWORLD) - ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໃຫ້ຮູ້ວ່າ ທ່ານໄດ້ເນັ້ນໜັກທັດສະນະຂອງ ກຳປູເຈຍ ເຫັນດີຕໍ່ຂໍ້ສະເໜີຢຸດຍິງໃນທັນທີ ແລະ ໄຫ້ເງື່ອນໄຂລະຫວ່າງກອງທັບສອງປະເທດ.
ພາບປະກອບ: THX/TTXVN |
ໃນຕອນຄ່ຳວັນທີ 26 ກໍລະກົດ, ບັນດາການນຳຂອງໄທ ແລະ ກຳປູເຈຍ ໄດ້ດຳເນີນການເຈລະຈາທາງໂທລະສັບສະເພາະຕ່າງໆກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ຊື່ງໃນນັ້ນ ທ່ານປະທານາທິບໍດີ Donald Trump ສະແດງຄວາມປາດຖະໜາຢາກ ເຫັນ ກຳປູເຈຍ ແລະ ໄທ ຢຸດຍິງໃນທັນທີ ແລະ ຮັກສາສັນຕິພາບ.
ສ່ວນຝ່າຍ ກຳປູເຈຍ, ໃນແຈ້ງການລົງສື່ສັງຄົມອອນໄລ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໃຫ້ຮູ້ວ່າ ທ່ານໄດ້ເນັ້ນໜັກທັດສະນະຂອງ ກຳປູເຈຍ ເຫັນດີຕໍ່ຂໍ້ສະເໜີຢຸດຍິງໃນທັນທີ ແລະ ໄຫ້ເງື່ອນໄຂລະຫວ່າງກອງທັບສອງປະເທດ. ພາຍຫຼັງໄດ້ຮັບຂ່າວຈາກທ່ານປະທານາທິບໍດີ ອາເມລິກາ, ໄທ ກໍ່ເຫັນດີຕໍ່ສະເໜີຢຸດຍິງໃນທັນທີ, ທ່ານໄດ້ຊີ້ນຳທ່ານ Prak Sokhonn ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ປຶກສາຫາລືກັບ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio, ກໍ່ຄືສົມທົບກັບຄູ່ຮ່ວມຕຳແໜ່ງໄທ ໃນການຜັນຂະຫຍາຍ ເນື້ອໄດ້ຄວາມເຫັນດີເປັນເອກະພາບໂດຍພື້ນຖານ, ເພື່ອແນໃສ່ຢຸດຕິການກໍ່ຄວາມບາດເຈັບລົ້ມຕາຍຂອງນັກຮົບ ແລະ ສາມັນຊົນສອງຝ່າຍ.
ໃນຂະນະນັ້ນ, ກະຊວງການຕ່າງປະເທດ ໄທ ໄດ້ປະກາດວ່າ ທ່ານ Phumtham Wechayachai ຜູ້ຮັກສາການນາຍົກລັດຖະມົນຕີ ໄທ ຫາກໍ່ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ໂດຍຕອບສະໜອງຄວາມຮຽກຮ້ອງ, ທ່ານ Phumtham Wechayachai ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມສົນໃຈ ແລະ ບົດບາດເປັນກາງໄກ່ເກ່ຍຂອງທ່ານປະທານາທິບໍດີ Trump, ພ້ອມທັງຢັ້ງຢືນວ່າ ໄທເຫັນດີຕາມຫຼັກການກ່ຽວກັບການຢຸດຍິງ.