ກຳປູເຈຍ:CPPແລະCNRPກະກຽມການເຈລະຈາຂັ້ນສູງ

ກຳປູເຈຍ:CPPແລະCNRPກະກຽມການເຈລະຈາຂັ້ນສູງ - ảnh 1
ປະທານ ແລະ ຮອງປະທານ ພັກ CNRP
(ພາບ: Xuân Khu/TTXVN)


(vovworld) – ຢູ່​ພະ​ນົມ​ເປັນ​ໃນ​ຕອນ​ບ່າຍ​ວັນ​ທີ 31/12, ທ່ານ​ປະທານ​ພັກ​ກູ້​ໄພ​ແຫ່ງ​ຊາດ (CNRP) Samrainsy ມີ​ກາ​ນພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນ, ສະມາຊິກ​ຂັ້ນ​ສູງ ພັກ​ປະຊາຊົນ ກຳປູ​ເຈຍ (​CPP) ​ເພື່ອປຶ​ກສາ​ຫາ​ລື​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ການ​​ເຈລະຈາ. ຜູ້ຕາງໜ້າ​ຂອງ 2 ພັກ​ເຫັນ​ດີ​ເປັນ​ເອກະສັນ​ສ້າງ​ຕັ້ງ​ກຸ່ມ​ນັກສະ​ເພາະ​ກິດ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ເຈລະຈາ​ລະຫວ່າງ 2 ຝ່າຍ. ​ເນື້ອ​ໃນ​ຂອງ CPP ຍົກ​ອອກ​ມາ​ໃນ​ການ​ເຈລະຈາ​ກັບ CNRP ໂດຍ​​ແມ່ນການ​ນຳ CPP ຕັດສິນ, ​ແຕ່​ມີ​ຄວາມ​​ເປັນ​ໄປ​ຫຼາຍ​ຢ່າງ​ແມ່ນ​ບັນດາ​ບັນຫາ​ເຊິ່ງ CPP ຍົກ​ອອກ​ມາ​ໃນ​ການ​ເຈລະຈາ​ຄັ້ງ​ກ່ອນ (ວັນ​ທີ 16 ​ແລະ 17/9). ສ່ວນ​ຝ່າຍ CNRP, ທ່ານ​ຮອງ​ປະທານ CNRP Kem Sokha ​ໃຫ້​ຮູ້​ວ່າ: ການ​ພົບ​ປະ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ມີ​ຜູ້ຕາງໜ້າ 2 ພັກ​ເຂົ້າຮ່ວມ​ເທົ່າ​ນັ້ນຫາກ​ຍັງ​ມີ​ບັນດາ​ອົງການ​ສັງຄົມ​ພົນລະ​ເຮືອນ ​ແລະ CNRP ອາດ​ຈະ​ຍົກ​ອອກ​ບັນຫາ​ກ່ຽວ​ກັບ​ການຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄືນ​ໃໝ່.

 

ຂ່າວ/ບົດ​ອື່ນ