ກຳປູເຈຍ:ຄະນະກຳມະການປະສົມພັກCPP-CNRPຈັດກອງປະຊຸມຄັ້ງທຳອິດ

ກຳປູເຈຍ:ຄະນະກຳມະການປະສົມພັກCPP-CNRPຈັດກອງປະຊຸມຄັ້ງທຳອິດ - ảnh 1
ຜູ້ຕາງໜ້າ 2 ພັກປະຊຸມຂ່າວເພື່ອປະກາດໝາກຜົນຂອງກອງປະຊຸມ
(ພາບ: Trần Chí Hùng/Vietnam+)

(vovworld) - ວັນ​ທີ 3/3, ຢູ່ພະນົມ​ເປັນ, ປະ​ເທດ ກຳປູ​ເຈຍ, ຄະນະ​ກຳມະການ​ປະສົມ 2 ພັກ ປະຊາຊົນ ກຳປູ​ເຈຍ (CPP) ​ແລະ ພັກ​ກູ້​ຊາດ ກຳປູ​ເຈຍ (CNRP) ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຕາມ​ຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ກຸ່ມ​ປະຕິບັດ​ງານ 2 ພັກ​ເມື່ອ​ວັນ​ທີ 18/2. ພາຍຫຼັງ​ກອງ​ປະຊຸມ​ກັບ​ຝ່າຍ CPP ​ໂດຍ​ທ່ານ​ Bin Khin, ຮອງ​ນາຍົກລັດຖະມົນຕີ, ກຳມະການ​ຄະນະ​ປະຈຳ ນຳ​ໜ້າ ​ແລະ ຝ່າຍ CNRP ​ໂດຍ​ທ່ານ Son Chhay, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ຂອງ​ພັກນຳ​ໜ້າ, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຢັ້ງຢືນ​ວ່າໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະສັນ 3 ບັນຫາ​ກ່ຽວຂ້ອງ​ເຖິງ​ເລື່ອງ​ປັບປຸງ​ກົນ​ໄກ​ການ​ເລືອກ​ຕັ້ງ. ຖະ​ແຫຼ​ງການ​ຮ່ວມ​ຊີ້​ແຈ້ງວ່າ: 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງ​ການ​ຈົດ​ບັນຊີ​ລາຍ​ຊື່​ບັນ​ດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ຮັບປະກັນ ​ແລະ ປົກ​ປ້ອງ​ສິດ​ເລືອກ​ຕັ້ງ​ຂອງ​ພົນລະ​ເມືອງ​ທຸກ​ຄົນ, ກະກຽມ​ສ້າງ​ກົດໝາຍ​ກ່ຽວ​ກັບ​ການ​ເງິນ​ສຳລັບ​ບັນດາ​ພັກ​ການ​ເມືອງ ​ແລະ ສືບ​ຕໍ່​ປະຕິ​ຮູບ​ກົນ​ໄກ​ການ​ເລືອກ​ຕັ້ງ​ຄື: ປະຕິ​ຮູ​ບອົງການ​ເລື​ອກຕັ້ງ, ມີ​ກົນ​ໄກ​ແກ້​ໄຂ​ບັນດາ​ກໍລະນີ​ຜິດ​ພາດ​ໃນ​ການ​ເລືອກ​ຕັ້ງ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ: ​ຄະນະ​ກຳມະການ​ປະສົມ 2 ພັກ ຈະ​ສືບ​ຕໍ່​ດຳ​ເນີນປະຊຸມ​ໃນ​ວັນ​ທີ 10/3 ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ