ກຳປູເຈຍປະຕິເສດແຫຼ່ງຂ່າວກອງທັບປະເທດນີ້ແຊກແຊງກໍ່ການຈາລະຈົນຢູ່ໄທ

ກຳປູເຈຍປະຕິເສດແຫຼ່ງຂ່າວກອງທັບປະເທດນີ້ແຊກແຊງກໍ່ການຈາລະຈົນຢູ່ໄທ - ảnh 1
ພາບປະກອບ

(vovworld) – ​​​ວັນ​ທີ 12/2, ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ Tea Banh ​ໄດ້​ປະ​ຕິ​ເສດ​ແຫ່ງ​ຂ່າວ​ໂດຍ​ຖື​ວ່າ: ກຳລັງ​ປະກອບ​ອາວຸດ​ປະ​ເທດ​ນີ້​ໄດ້​ແຊກ​ແຊງ ​ແລະ ​ກໍ່​ການ​ຈາລະ​ຈົ​ນຢູ່​ໄທ ​ໃນ​ວິ​ກິດ​ການ​ການ​ເມື​ອງ​ຫວ່າງ​ແລ້ວນີ້​ຢູ່ ​ປະ​ເທດ​ນີ້.

    ທ່ານ Tea Banh ​ເນັ້ນ​ໜັກວ່າ​ນັ້ນ​ແມ່ນ​ບັນຫາ​ພາຍ​ໃນ​ປະ​ເທດ​ຂອງ​ໄທ, ບໍ່​ກ່ຽວ​ຂ້ອງ​ເຖິງ​ກຳປູ​ເຈຍ ​ແລະ ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ພວມ​ຕັ້ງໜ້າ​ຮ່ວມ​ມື​ເພື່ອ​ຊຸກຍູ້​ການ​ພົວພັນ ​ແລະ ການ​ຮ່ວມ​ມື 2 ຝ່າຍ​ກັບ ​ໄທ ກ່ວ​າອີກ.

    ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ຍົກ​ອອກ​ຖະ​ແຫຼ​ງການ​ດັ່ງກ່າວ ພາຍຫຼັງ​ທີ່​ມີ​ບັນດາ​ແຫຼ່ງຂ່າວ​ຈາກ ​ໄທ ກ່າວ​ປະນາມ​​ກອງທັບ ກຳປູ​ເຈຍ ​ໄດ້​​ແຊກ​​ແຊງ​ເຂົ້າ ​ແລະ ກໍ່​ຄວາມ​ວຸນວາຍ​ໃນການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຢູນະຄອນຫຼວງ ບາງກອກ ​ໄລຍະ​ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ