ກຳປູເຈຍ:ພັກ CPP, CNRP ຍັງບໍ່ທັນກຳນົດ ເວລາຈັດການເລືອກຕັ້ງ ຄັ້ງໃໝ່


ກຳປູເຈຍ:ພັກ CPP, CNRP ຍັງບໍ່ທັນກຳນົດ ເວລາຈັດການເລືອກຕັ້ງ ຄັ້ງໃໝ່  - ảnh 1
(
ພາບ: TTXVN)

 (vovworld)- ​​ ​ວັນ​ທີ 10/4, ​​ທ່ານ​ Sam Rainsy ປະທານ​ພັກ​ກູ້​ຊາດ (CNRP) ​ໄດ້​ປະຕິ​ເສດ​ຂ່າວ​ທີ່​ວ່າໄດ້​​ເຫັນ​ດີ​ຕໍ່​ຂໍ້​ຕົກລົງ​ສະບັບ​ໜຶ່ງກັບ​ພັກ ປຊຊ ກຳປູ​ເຈຍ (CPP) ກຳ​ອຳນາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hun Sen.

   ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ Sam Rainsy ​ໃຫ້​ຮູ້​ວ່າ: ​ໃນ​ຈຸດ​ເວລາ​ປະຈຸ​ບັນ, ສອງ​ພັກ​ຍັງ​ບໍ່​ທັນ​ເຫັນ​ດີ​ເປັນ​ເອກະສັນ​ຕໍ່​ຮ່າງ​ຂໍ້​ຕົກລົງ​ຮ່ວມ​ທີ່ກຳນົດ​ເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງຄັ້ງ​ໃໝ່. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, CPP ​ແລະ CNRP ​ໃຫ້​ຄຳໝັ້ນສັນຍາ​ວ່າ​ຈະ​ສືບ​ຕໍ່​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນີ້​ໃນ​ການພົບປະຄັ້ງຈະ​ມາ​ເຖິງ. ທ່ານ Sam Rainsy ​ໃຫ້​ຮູ້​ວ່າ: ສອງ​ພັກ​ອາດ​ຈະ​ຈັດການ​ພົບ​ປະ​ຂັ້ນສູງ​ໃນ​ທ້າຍ​ເດືອນ​ນີ້, ​ເມື່ອ​ທ່ານ Kem Sokha ປະທານ CNRP ກັບ​ເມືອ​ປະ​ເທດ​ພາຍ​ລັງກາ​ນ​ໄປ​ປະຕິບັດ​ງານ​ຢູ່​ອາ​ເມ​ລິ​ກາ./.

ຂ່າວ/ບົດ​ອື່ນ