ກຳປູເຈຍ:ສະມາຊິກສະພາແຫ່ງຊາດຝ່າຍຄ້ານ55ທ່ານສາບານຕົວຢູ່ພະລາດຊະວັງ

ກຳປູເຈຍ:ສະມາຊິກສະພາແຫ່ງຊາດຝ່າຍຄ້ານ55ທ່ານສາບານຕົວຢູ່ພະລາດຊະວັງ - ảnh 1
ທ່ານ​ປະທານ CNRP Sam Rainsy (ຂວາ)
(ພາບ: Xuân Khu/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 5/8, ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກ​ຝ່າຍ​ຄ້ານກູ້​ຊາດ ກຳປູ​ເຈຍ (CNRP) 55 ທ່ານ ​ໄດ້​ສາບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງຕໍ່ໜ້າພະ​ບາດ​ສົມ​​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Norodom Sihamoni, ຢຸດຕິ​ວິ​ກິດ​ການ​ດ້ານການ​ເມືອງ​ບໍ່​ມີ​ທາງ​ອອກ​ທີ່​ແກ່ຍາວ​ເປັນ​ເວລາ​ໜຶ່ງ​ປີຜ່ານມາ​ຢູ່ ກຳປູ​ເຈຍ. ນີ້​ແມ່ນ​ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ທີ່​ໄດ້​ຮັບ​ການ​ເລືອກຕັ້ງ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 28/7/2013. ​ເມື່ອ​ຕອບ​ສຳ​ພາດ​ພາຍຫຼັງ​ພິທີ​ສະບາ​ນຕົວ, ທ່ານ​ປະທານ CNRP Sam Rainsy ຖະ​ແຫຼ​ງວ່າ CNRP ​ໄດ້​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຕາມ​ຂໍ້ຕົກລົງ​ຂັ້ນ​ສູງ. ກ່ອນ​ທີ່​ເຂົ້າ​ສາບາ​ນຕົວ​, ທ່ານ​ສະມາຊິກ Son Chhay, ຮັບຜິດຊອບ​ວຽກ​ງານ​ຈັດ​ຕັ້ງ​ຂອງ CNRP ​ໃຫ້​ຮູ້​ວ່າ​ບັນດາ​ສະມາຊິກ CNRP ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 8/8 ຈະ​ມາ​ເຖິງ.

 



ຂ່າວ/ບົດ​ອື່ນ