ກຳປູເຈຍສະຫຼຸບ10ປີແຫ່ງວັນເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ

ກຳປູເຈຍສະຫຼຸບ10ປີແຫ່ງວັນເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ - ảnh 1
ກຳປູເຈຍສະຫຼຸບ10ປີແຫ່ງວັນເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ
(ພາບ: Vietnam+)

(vovworld) –​ ວັນ​ທີ 01/03, ຢູ່​ນະ​ຄອນ​ຫຼວ​ງ​ພະ​ນົມ​ເປັນ, ປະ​ເທດ​ກຳ​ປູ​ເຈຍ ໄ​ດ້​ຈັດ​ພິ​ທີ​ສະ​ຫຼຸບ 10 ແຫ່ງ​ການ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ ແລະ ຢືນ​ຢັນ​ວ່າ​ຈະ​ສືບ​ຕໍ່​ຈັດ​ສົ່ງທະ​ຫານ​ເຂົ້າ​ຮ່ວມ​ກຳ​ລັງ​ນ​ີ້​ໃນ​ອະ​ນາ​ຄົດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ Hun Sen ຢືນ​ຢັນ​ວ່າ, ໃນ 10 ປີ​ຜ່ານ​ມາ, ບັນ​ດ​າພົນ​ທະ​ຫານ​ກຳ​ປູ​ເຈ​ຍ ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໜ້າ​ທີ່​ເກັບ​ກູ້​ລະ​ເບ​ີດ, ກໍ່​ສ້າງ​​ພື້ນ​ຖານ​​ໂຄງ​ລ່າງ, ສາ​ທາ​ລະ​ນະ​ສຸກ ແລະ ໄດ້​ຮັບ​ການ​ຕ​ີ​ລາ​ຄາ​ສູງ​ຈາກ​ປະ​ຊາ​​ຄົມສາ​ກົນ ກ່ຽວ​ກັບ​ບັນ​ດາ​ການ​ປະ​ກອບ​ສ່ວນຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​. ເນື່ອງ​ໃນ​ໂອ​ກາ​ດນ​ີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Sen ກໍ​ສະ​ແ​ດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຫວຽດ​ນາມ, ໄທ ໄດ້​​ຊ່ວຍ​ເຫຼືອ ​ສອນພາ​ສາ​ຕ່າງ​ປະ​ເທດ​ໃຫ້​ກຳ​ລັງ​ນີ້, ກໍ​ຄື​ການ​ໜູນ​ຊ່ວຍ​ຂອງ​ອາ​ເມ​ລິ​ກາ ແລະ ບາງ​ປະ​ເທດ​ອື່ນ ທີ່​ໄດ້​ຊ່ວຍ​ຝຶກອົບ​ຮົບ​ກອງ​ທັບ​ກຳ​ປູ​ເຈຍ ປະ​ຕິ​ບັດ​ບັນ​ດາ​ໜ​້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ.

ຂ່າວ/ບົດ​ອື່ນ