ກຳ​ປູ​ເຈຍເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ໜູ​ນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ອາ​ຊຽນ ໃຫ້​ແກ່​ມຽນ​ມາ

(VOVWORLD) -ກອງປະຊຸມປຶກສາຫາລືກ່ຽວກັບການໜູນຊ່ວຍດ້ານມະນຸດສະທຳ ອາຊຽນ ໃຫ້ແກ່ ມຽນມາ ໄດ້ດຳເນີນຢູ່ ພະນົມເປັນ, ປະເທດ ກຳປູເຈຍໃນວັນທີ 6 ພຶດສະພາ ດ້ວຍຮູບການທາງໄກສົມທົບໂດຍກົງ.
ກຳ​ປູ​ເຈຍເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ໜູ​ນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ອາ​ຊຽນ ໃຫ້​ແກ່​ມຽນ​ມາ - ảnh 1ພາບປະກອບ: VOV-Phnom Penh

ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn ໃນຖານະເປັນທູດພິເສດຂອງປະທານ ອາຊຽນ ຮັບຜິດຊອບ ມຽນມາ ແລະ ທ່ານ Dato Lim Jock Hoi ເລຂາທິການໃຫຍ່ ອາຊຽນ ໃນຖານະແມ່ນຜູ້ປະສານງານໜູນຊ່ວຍດ້ານມະນຸດສະທຳ ອາຊຽນ (SG - AHAC).

ກອງປະຊຸມຄັ້ງນີ້ ໄດ້ສະໜອງພື້ນຖານຂັ້ນສູງ ເພື່ອໃຫ້ ອາຊຽນ ສາມາດເຈລະຈາ ຫຼາຍຝ່າຍ ເພື່ອຍົກອອກວິທີການຊຸກຍູ້ໜູນຊ່ວຍດ້ານມະນຸດສະທຳຂອງ ອາຊຽນ ໃຫ້ແກ່ປະຊາຊົນມຽນມາ ອີງໃສ່ບັນດາຫຼັກການມະນຸດສະທຳ ແລະ ບໍ່ຈຳແນກການປະພຶດ.

ການຈັດກອງປະຊຸມແມ່ນເພື່ອແນໃສ່ປຶກສາຫາລື, ເຫັນດີເປັນເອກະພາບບັນດາມາດຕະການເພີ່ມທະວີສະໜອງການໜູນຊ່ວຍດ້ານມະນຸດສະທຳ ໃຫ້ແກ່ມຽນມາ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ, ມາດຕະການເພື່ອແກ້ໄຂບັນດາສິ່ງທ້າທາຍເຊິ່ງ ສູນປະສານງານການໜູນຊ່ວຍດ້ານມະນຸດສະທຳ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ (ສູນ AHA) ພວມຕ້ອງປະເຊີນໜ້າ ແລະ ມາດຕະການເພື່ອໜູນຊ່ວຍການແຈກຢາຍວັກຊິນກັນໂຄວິດ - 19 ໃຫ້ແກ່ທຸກໆວົງຄະນະຍາດຢູ່ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ