ກຳມະບານທຸກຂັ້ນປະຕິບັດວຽກງານເບິ່ງແຍງດູແລບຸນເຕັດໃຫ້ແກ່ຜູ້ອອກແຮງງານ

(VOVWORLD) -ມາຮອດປະຈຸບັນ, ມີຜູ້ອອກແຮງງານນັບພັນໆຄົນບໍ່ກັບເມືອບ້ານເພື່ອຫຼີກລ້ຽງການຕິດແປດເຊື້ອພະຍາດ, ໂດຍສະເພາະແມ່ນຜູ້ອອກແຮງງານທາງພາກໃຕ້ຫວຽດນາມ.
ກຳມະບານທຸກຂັ້ນປະຕິບັດວຽກງານເບິ່ງແຍງດູແລບຸນເຕັດໃຫ້ແກ່ຜູ້ອອກແຮງງານ - ảnh 1ທ່ານປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຫງວຽນດິ່ງແຄງ
(ພາບ: congdoanhanoi.org.vn)

ຕໍ່ໜ້າການຜັນແປຂອງໂລກລະບາດໂຄວິດ-19, ຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຮຽກຮ້ອງໃຫ້ຊາວຜູ້ອອກແຮງງານຕ້ອງຈຳກັດການໄປມາ, ຊັ່ງຊາກ່ຽວກັບເລື່ອງກັບເມືອບ້ານຕ້ອນຮັບບຸນເຕັດ.

        ຜ່ານການຕິດຕາມ, ກຳແໜ້ນສະພາບການຂອງກຳມະບານທຸກຂັ້ນ, ທ່ານປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຫງວຽນດິ່ງແຄງ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ມີຜູ້ອອກແຮງງານນັບພັນໆຄົນບໍ່ກັບເມືອບ້ານເພື່ອຫຼີກລ້ຽງການຕິດແປດເຊື້ອພະຍາດ, ໂດຍສະເພາະແມ່ນຜູ້ອອກແຮງງານທາງພາກໃຕ້ຫວຽດນາມ. ທ່ານ ຫງວຽນດິ່ງແຄງ ສະເໜີໃຫ້ກຳມະບານທຸກຂັ້ນຈົ່ງປະຕິບັດວຽກງານເບິ່ງແຍງດູແລບຸນເຕັດໃຫ້ແກ່ຜູ້ອອກແຮງງານ, ບໍ່ປະໃຫ້ຜູ້ອອກແຮງງານໃດບໍ່ມີບຸນເຕັດ.

        ສຳລັບບັນດາຜູ້ອອກແຮງງານບໍ່ກັບເມືອບ້ານ, ອົງການນີ້ໄດ້ຊີ້ນຳກຳມະບານທຸກຂັ້ນສົມທົບກັບອຳນາດການປົກຄອງທ້ອງຖິ່ນຕ່າງໆຈັດຕັ້ງການເຄື່ອນໄຫວເບິ່ງແຍງດູແລຊີວິດທາງດ້ານຈິດໃຈ, ວັດຖຸໃຫ້ແກ່ຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ