ກຳມາທິການການຕ່າງປະເທດສະພາຕຳ່ອາເມລິກາຮັບຮອງເອົາມະຕິກ່ຽວກັບທະເລຕາເວັນອອກແລະຮວາຕຸງ

ກຳມາທິການການຕ່າງປະເທດສະພາຕຳ່ອາເມລິກາຮັບຮອງເອົາມະຕິກ່ຽວກັບທະເລຕາເວັນອອກແລະຮວາຕຸງ - ảnh 1
ກອງ​ປະ​ຊຸມ ອາ​ຊີ​ຕາ​ເວັນ​ອອກ ເມື່ອ​ເດືອນ 10/2014
(ພາບ: AP)

(vovworld) - ຕອນ​ຄຳ່​ວັນ​ທີ 20/11 (ຕາມ​ເວລາ​ຫວຽດນາມ), ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕຳ່​ອາ​ເມ​ລິ​ກາ​ ​ໄດ້​ມີມະຕິ H.Res - 714 ທີ່​ຮຽກຮ້ອງ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຮວາ​ຕຸ​ງ​​ ໃນ​ປະຈຸ​ບັນໂດຍ​ສັນຕິ​ວິທີ.

        ມະຕິ​ຂອງສະພາ​ຕຳ່​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ຄືນ​ຄວາມ​ຈຳ​ເປັນ​ຕ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຮວາ​ຕຸ​ງ ຜ່ານ​ບັນດາ​ມາດ​ຕະການ​ສັນຕິພາບ ​ແລະ ສົມທົບ​ກັນ​ຕາມ​ຫຼັກການ​ຂອງ​ກົດໝາຍ​ສາກົນ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ. ທ່ານ​ປະທານກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕຳ່​ອາ​ເມ​ລິ​ກາ, Ed Royce, ​ໃຫ້​ຮູ້​ວ່າ:

        “ມະຕິ​ຮຽກຮ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໃນ​ປະຈຸ​ບັນຢູ່​ທະ​ເລ​ຕາ​ເວັນ​ອອກ​, ​ເຊິ່ງ​ແມ່ນ​ສູນ​ການ​ຄ້າ​ທີ່​ສຳ​ຄັນ ດ້ວຍ​ທາງ​ເດີນ​ທະ​ເລ, ​ແຫຼ່ງພະລັງງານ ​ແລະ ບໍລິ​ເວນ​ຫາ​ປາ​ຢ່າງ​ຫຼວງ​ຫຼາຍໂດຍ​ສັນຕິ​ວິທີ“.

        ມະຕິ​ຂອງສະພາ​ຕຳ່​ອາ​ເມ​ລິ​ກາ ຢືນຢັນ​ວ່າ, ​ບັນດາ​ເຂດ​ທະ​ເລ​ຢູ່​ອາຊີ - ປາຊີ​ຝິກ, ລວມມີ​ນ່ານທະ​ເລ ​ແລະ ນ່າ​ນຟ້າ, ມີ​ບົດບາດ​ສຳຄັນ​ທີ່​ສຸດ​ສຳລັບ​ຄວາມ​ວັດທະນາ​ຖາວອນ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ກໍ່​ຄື​ການ​ຄ້າ​ໃນ​ທົ່ວ​ໂລກ. ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປີ 2002, ຕາມ​ນັ້ນ​ແລ້ວ, ບັນດາ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ເຄົາລົບ ​​ແລະ ​ຮັບປະກັນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕາມ​ບັນດາ​ຫຼັກການ​ກົດໝາຍ​ສາກົນ ​ເຊິ່ງ​ໂລກ​ໄດ້​ຮັບຮູ້, ກໍ່​ຄື​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​​ວິທີ, ບໍ່​ນາບ​ຂູ່​ຫຼື​ນຳ​ໃຊ້​ກຳລັງ​ອາວຸດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ​ນັບ​ແຕ່​ເວລາ​ນັ້ນ, ຄວາມ​ເຄັ່ງ​ຕຶງນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ບັນດາ​ເຂດ​ທະ​ເລ ​ແລະ ຜືນ​ແຜ່ນ​ດິນ​ທີ່​ມີ​ຄວາມ​ຂັດ​ແຍ້​ງກັນ. ມະຕິ​ຊີ້​ແຈ້ງວ່າ: ກຳ່​ປັ່ນ​ຂອງ​ຈີນ ​ໄດ້​ຕັ້ງ​ໃຈ​ຕຳໃສ່​ກຳ່​ປັ່ນ​ລາດຕະ​ເວນຂອງ​ຍີ່ປຸ່ນ ​ຢູ່​ທະ​ເລ​ຮວາ​ຕຸ​ງ, ຍິງ​ກຳ່​ປັ່ນ​ຫາ​ປາ​ຂອງ​ຟີ​ລິບ​ປິນ, ຕັດ​ສາຍ​ກາບ​ຂອງ​ກຳ່​ປັ່ນ​ຫວຽດນາມ​ ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ. ບໍລິສັດ​ໃຫຍ່​ນຳ້ມັນ​ອາຍ​ແກ​ດ​ໄຮ​ຢາງຂອງ​ຈີນ​ຍັງ​ຈັດ​ການ​ປະມູນ​ສຳ​ຫຼວດ, ຂຸດ​ຄົ້ນ​ນຳ້ມັນອາຍ​ແກ​ສ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ​ເມື່ອ​ປີ 2012 ​ແລະ ນຳ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ​ເຂົ້າ​ເຂດ​ທະ​ເລ​ຂອງ​ຫວຽດນາມ​ ໃນ​​ເດືອນ 5/2014…

ກ່າວ​ຄວາມ​ເຫັນ​ໃນ​ການ​ປ່ອນ​ບັດ​ຮັບຮອງ​ເອົາ​ມະຕິ, ສະມາຊິກ​ສະພາ​ຕຳ່​ອາ​ເມ​ລິ​ກາ,​ ທ່ານ Eni Daleomavega, ​ໃຫ້​ຮູ້​ວ່າ:

​ເຖິງ​ວ່າ​ບໍ່​ແມ່ນ​ຝ່າຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ  ​ແລະ ທະ​ເລ​ຮວາ​ຕຸ​ງ ກໍ່ຕາມ, ​ແຕ່​ອາ​ເມ​ລິ​ກາ​ ພັດ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ການ​ແກ້​ໄຂ​ຄວາມ​​ໂຕ້​ຖຽງ​ກັນ​ໂດຍ​ສັນຕິ​ວິທີ, ຜ່ານ​ທາງ​ການ​ທູດ ​ແລະ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ. ອາ​ເມ​ລິ​ກາ​ ມີ​ຜົນ​ປະ​ໂຫຍ​ດ​ໃນ​ການ​ເດີນ​ທະ​ເລ, ການບິນ, ບັນດາ​ການ​ເຄື່ອນ​ໄຫວ​​ການ​ຄ້າຢ່າງ​ເສລີ, ​​ໂດຍບໍ່​ຖືກບັງຄັບ, ນາບ​ຂູ່​ຫຼື​ນຳ​ໃຊ້​ກຳລັງ​ອາວຸດ“.

ມະຕິ H.Res – 714 ກໍ່​ໄດ້​ກ່າວ​ປະນາມ​ການ​ກະທຳ​ທີ່​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ກີດຂວາງ​ສິດ​ເສລີ​ຢູ່​ເຂດ​ທະ​ເລ ​ແລະ ນ່ານຟ້າ​ສາກົນ. ມະຕິ​ຮຽກຮ້ອງ​ຈີນ​ລະງັບ​ໃຈ​ໃນ​ການ​ປະຕິບັດ​ຂໍ້​ຕົກລົງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ຢູ່​ທະ​ເລ​ຮວາ​ຕຸ​ງ. ຖື​ວ່າ​ນີ້​ແມ່ນ​ການ​ກະທຳ​ໄປ​ຝືນ​ກັບ​ສິດ​ເສລີ​ໄປ​ຜ່ານ​ນ່ານຟ້າ​ສາກົນ ​ແລະ ຮຽກຮ້ອງ​ປະ​ເທດ​ນີ້ ບໍ່​ໄດ້​ມີ​ການ​ກະທຳ​ທີ່​ຄ້າຍຄື​ກັນ​ຢູ່​ເຂດ​ທະ​ເລ​ອື່ນໆ​ຂອງ​ອາຊີ - ປາຊີ​ຝິກ. ມະຕິ​ຮຽກຮ້ອງ​ອາ​ຊຽນ, ບັນດາ​ ​ສຳພັນທະ​ມິດ, ​ເພື່ອນ​ມິດ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ທີ່​ມີ​ກຄວາມ​ຂັດ​ແຍ້​ງກັນ​ພ້ອມ​ກັນ​ມານະ​ພະຍາຍາມ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໂດຍ​ສັນຕິ, ຮັບຮອງ​ເອົາ​ເລື່ອງ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ