ກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ​ສະ​ພາ​ສູງ ອາ​ເມ​ລິ​ກາ ແນະ​ນຳ​ມະ​ຕິ​ສະ​ໜັບ​ສະ​ໜູນ ກອງ​ປະ​ຊຸມ​ຂັ້ນ​ສູງ​ພິ​ເສດ ລະ​ຫວ່າງ ອາ​ເມ​ລິ​ກາ - ​ອາ​ຊຽນ

(VOVWORLD) -ວັນທີ 5 ພຶດສະພາ, ບັນດາສະມາຊິກສະພາສູງ ອາເມລິກາ ໄດ້ແນະນຳມະຕິສະບັບໃໝ່ ຊົມເຊີຍກອງປະຊຸມຂັ້ນສູງພິເສດ ອາເມລິກາ - ອາຊຽນ ເຊິ່ງຈະດຳເນີນໃນອາທິດຈະມາເຖິງ ຢູ່ກຳມາທິການການຕ່າງປະເທດ ສະພາສູງ ອາເມລິກາ, ພ້ອມທັງຮຽກຮ້ອງໃຫ້ສອງຝ່າຍສືບຕໍ່ຮ່ວມມືກັນ ເພື່ອແນໃສ່ຊຸກຍູ້ຜົນປະໂຫຍດລວມ.
ກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ​ສະ​ພາ​ສູງ ອາ​ເມ​ລິ​ກາ ແນະ​ນຳ​ມະ​ຕິ​ສະ​ໜັບ​ສະ​ໜູນ ກອງ​ປະ​ຊຸມ​ຂັ້ນ​ສູງ​ພິ​ເສດ ລະ​ຫວ່າງ ອາ​ເມ​ລິ​ກາ - ​ອາ​ຊຽນ - ảnh 1(ພາບປະກອບ: Getty)

 ເນື້ອໃນຂອງມະຕິສະບັບດັ່ງກ່າວ ໄດ້ຊົມເຊີຍຜູ້ຕາງໜ້າບັນດາປະເທດ ອາຊຽນ ທີ່ມາເຂົ້າຮ່ວມກອງປະຊຸມຂັ້ນສູງ ພິເສດ ອາເມລິກາ - ອາຊຽນ ຄັ້ງທຳອິດທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ; ຢັ້ງຢືນອີກເທື່ອໜຶ່ງກ່ຽວກັບຄວາມສຳຄັນຂອງການແຊກແຊງເສດຖະກິດ ລະຫວ່າງ ອາເມລິກາ - ອາຊຽນ; ໜູນຊ່ວຍ ອາຊຽນ ແກ້ໄຂສິ່ງທ້າທາຍຢູ່ທະເລ; ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຖິງການຂັດແຍ່ງຢູ່ທະເລໃນພາກພື້ນ ຢຸດຕິການເຄື່ອນໄຫວທີ່ອາດຈະສົ່ງຜົນກະທົບບໍ່ດີຕໍ່ສະຖຽນລະພາບ, ເຮັດໃຫ້ການຂັດແຍ່ງສັບສົນ, ຫັນບັນດາໝູ່ເກາະ, ເກາະຫີນປອດການທະຫານ, ຄັດຄ້ານການກະທຳບໍ່ວ່າຂອງປະເທດໃດ ທີ່ແນໃສ່ກີດຂວາງການປະຕິບັດສິດອະທິປະໄຕຕໍ່ຊັບພະຍາກອນຢູ່ເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງປະເທດອື່ນ; ຄັດຄ້ານການຖະແຫຼງກໍ່ສ້າງເຂດບໍລິຫານ, ການທະຫານຢູ່ເຂດທີ່ກຳລັງເກີດການຂັດແຍ່ງຢູ່ທະເລຕາເວັນອອກ… ມະຕິສະບັບດັ່ງກ່າວກໍສະໜັບສະໜູນຄວາມປຸກບືນຂອງບັນດາຄູ່ຮ່ວມມື ແລະ ສຳພັນທະມິດຂອງ ອາເມລິກາ ຢູ່ພາກພື້ນ ອາຊຽນ ໃນການຍົກສູງກຳລັງຄວາມສາມາດຢູ່ທະເລ, ຮັບປະກັນຄວາມເສລີໃນການເດີນເຮືອ, ສະໜັບສະໜູນຄູ່ຮ່ວມມືແມ່ນ້ຳຂອງ - ອາເມລິກາ. ມະຕິກໍຮຽກຮ້ອງໃຫ້ບັນດາປະເທດເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄັດຄ້ານການຜັນແປດ້ານການເມືອງ, ການປະທະກັນ ແລະ ການນຳໃຊ້ສົງຄາມເຂົ້າໃນການແກ້ໄຂບັນຫາການຂັດແຍ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ