ກຳມາທິການການຕ່າງປະເທດສະພາສູງອາເມລິກາອະພິປາຍກ່ຽວກັບທະເລຕາເວັນອອກ

ກຳມາທິການການຕ່າງປະເທດສະພາສູງອາເມລິກາອະພິປາຍກ່ຽວກັບທະເລຕາເວັນອອກ - ảnh 1
ຈີນ ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ
​ປ່ຽນ​ແປງ
(ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທ​ດ ຟິ​ລິບ​ປິນ)

(vovworld) - ວັນ​ທີ 13/5, ບັນດາ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ - ປາຊີ​ຝິກ ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ມີ​ການ​ອະພິປາຍ​ຕໍ່ ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ​ອາ​ເມ​ລິ​ກາກ່ຽວ​ກັບ​ບັນຫາ​ນີ້. ​ໃນ​ການ​ອະພິປາຍ, ບັນດາ​ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ​ຈີນ​ປ້ານ​ຄູນ​ບັນດາ​ຫາດ​ຫີນ​ຢູ່​ທະ​ເລ​ຕາ​ເວັນ​ອອກດ້ວຍ​ຂະໜາດ​ໃຫຍ່, ພ້ອມ​ທັງ​ຊຸກຍູ້​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ Barack Obama ຕ້ອງ​ມີ​ປະຕິກິລິຍາ​ຢ່າງ​ເດັດດຽວກວ່າອີກຕໍ່​ການ​ກະທຳ​ດັ່ງກ່າວ.​

        ​ໃນ​ວາລະ​ອິພິປາຍ​ນີ້, ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ David Shear ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ​ພວມ ​ແລະ ຈະ​ສືບ​ຕໍ່​ດຳ​ເນີນ​ບັນດາ​ມາດ​ຕະການ​ເພື່ອ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​. ຄຽງ​ຂ້າງນັ້ນ, ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ກຳລັງ​ທະຫານ​ໃນ​ພາກ​ພື້ນ, ປັບປຸງ​ການ​ພົວພັນ​ກັບ​ບັນດາ​ພັນທະ​ມິດ ​ແລະ ຄູ່​ຮ່ວມ​ມື, ​ແລະ​ໜູນ​ຊ່ວຍ​ປະ​ເທດ​ຕ່າງໆ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ທະ​ເລ​ ​ແລະ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຂົງ​ເຂດ​ທະ​ເລ.

        “ການ​ສ້າງ​ກຳລັງ​ຄວາມ​ສາມາດ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ສືບ​ຕໍ່​ມີ​ບົດ​ບາດ​ສຳຄັນ​ໃນ​ຄວາມ​ມານະ​ພະຍາຍາມ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນ. ໜຶ່ງ​ໃນ​ບັນດາ​ຄາດໝາຍ​ສຳ​ຄັນຂອງ​ພວກ​ຂ້າພະ​ເຈົ້າແມ່ນ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເຮັດ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ສາມາດ​ປະຕິບັດ​ຜົນ​ປະ​ໂຫຍ​ດລວມກັບ​ອາ​ເມ​ລິ​ກາ. ນັ້ນ​ແມ່ນ​ຄາດໝາຍ​ໃນ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ ​ເຊິ່ງອາ​ເມ​ລິ​ກາ​ພວມ​ປະຕິບັດ​ກັບ​ຫວຽດນາມ ​ແລະ ມາ​ເລ​ເຊຍ ​ແລະ ພວກ​ຂ້າພະ​ເຈົ້າ​ກໍ່​ຫວັງ​ວ່າ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ອິນ​ໂດ​ເນ​ເຊຍ​ອີກ


ຂ່າວ/ບົດ​ອື່ນ