ກຳມາທິການການເງິນ - ງົບປະມານລົງ ຕິດຕາມກວດກາໂຄງການເສັ້ນທາງດ່ວນ ໂນ້ຍບາຍ - ລາວກາຍ

ກຳມາທິການການເງິນ - ງົບປະມານລົງ ຕິດຕາມກວດກາໂຄງການເສັ້ນທາງດ່ວນ ໂນ້ຍບາຍ - ລາວກາຍ - ảnh 1
(ຮູບແບບໂຄງການ​ກໍ່ສ້າງ​ເສັ້ນທາງ​ດ່ວນ​ໂນ້ຍບາຍ - ລາວ​ກາຍ)

(vovworld) -     ວັນທີ 10/8, ຢູ່​ແຂວງ​ວິ້ງ​ຟຸກ, ຄະນະ​ຕິດຕາມ​ຄວດ​ກາ​ກຳມາ​ທິການ - ງົບປະ​ມານ​ແຫ່ງ​ລັດ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ​ປະທານກຳມາ​ທິການ - ງົບປະ​ມານ​ແຫ່ງ​ລັດ​ສະພາ​ແຫ່ງ​ຊາດຫວຽດນາມ Phung Quoc Hien ​ເປັນ​ຫົວໜ້າ​ຄະນະ ​ໄດ້​ລົງ​ຕິດຕາມ​ກວດກາ​ສະພາບ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດ່ວນ​ໂນ້ຍບາຍ - ລາວ​ກາຍ, ໂດຍບໍລິສັດໃຫຍ່ລົງທຶນພັດທະນາເສັ້ນທາງດ່ວນຫວຽດນາມ, ຂຶ້ນ​ກັບ​ກະຊວງ​ໂຄມ​ມະ​ນາ​ຄົມ​ຂົງສົ່ງ​ເປັນ​ເຈົ້າ​ຂອງ​ການ​ລົງທຶນ, ​ເສັ້ນທາງມີ​ລວງ​ຍາວ​ 264 ກມ, ​ຜ່ານ 5 ​ແຂວງ​ຄື; ​ຮ່າ​ໂນ້ຍ, ວິ້ງ​ຟຸກ, ຟຸ໋ທໍ້, ອຽນ​ບ໋າ​ຍ ​ແລະ ລາວ​ກາຍ. ຍອດ​ຈຳນວນ​​ເງິນລົງທຶນ​ໃຫ້​​​ແກ່ໂຄງການ​ໃນ​ໄລຍະ 1 ​ແມ່ນ​ເກືອບ 2 ໝື່ນຕື້​ດົງ. ​ເສັ້ນທາງ​ດ່ວນ​ນີ້​ແມ່ນ​ໂຄງການ​ຈຸດ​ສຸມ​​ແຫ່ງ​ຊາດ ​ເຊິ່ງນວນ​ໃນ​​ໂຄງການ​ຮ່ວມ​ມື​ລະຫວ່າງ​ລັດ​ຖະບານ​ຫວຽດນາມ ​ແລະ ຈີ​ນ ກ່ຽວ​ກັບ​ການກໍ່ສ້າງ ​ແລະ ພັ​ດທະນາ​ສອງແລວ​ເສ​ດຖະກິດ ​ແລະ   ໜຶ່ງ​ຂອບ​ອ້ອມເສດຖະກິດ​ຈຸດ​ສຸມ. ​ເມື່ອ​ເສັ້ນທາງ​ໄດ​້ຮັບ​ການ​ກໍ່ສ້າງ​ສຳ​ເລັດ ຈະ​ສ້າງ​ລະບົບ​ຄົມ​ມະ​ນາ​ຄົມຂົງສົ່ງ​ລະຫວ່າງ​​ເຂດ, ​ແມ່ນ​ປັດ​ໃຈ​ເພື່ອ​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ບັນດາ​ທ້ອງ​ຖິ່ນຢູ່​ພາຍ​ໃນ​ເຂດ​ ​ແລະ ​ເປັນ​ພື້ນຖານ​ຊຸກຍູ້​ການ​ເຕີບ​​ໂຕ​ເສດຖະກິດ​ຂອງ​ປະ​ເທດຊາດ.

ຂ່າວ/ບົດ​ອື່ນ