ກຳມາທິການການເງິນງົບປະມານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ກຸຍບາ

ກຳມາທິການການເງິນງົບປະມານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ກຸຍບາ - ảnh 1
ຄະນະ​ຜູ້​ແທນກຳມາທິການ​ການ​ເງິນ​ງົບປະມານ​ສະພາ​ແຫ່ງ​ຊາດ​ຫວຽດນາມ
​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ກຸຍ​ບາ
(ພາບ: TTXVN)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 31 ກໍລະກົດ - 04 ສິງຫາ, ຄະນະ​ຜູ້​ແທນກຳມາທິການ​ການ​ເງິນ​ງົບປະມານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ ຟຸ່ງກ໋ວກຫຽນ, ປະທານກຳມາທິການນຳ​ໜ້າ ​ໄ​ດ້ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ກຸຍ​ບາ ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວພັນ ​ແລະ ທາ​ບທາມ​ຮູບ​ແບບ​ເຄື່ອນ​ໄຫວ​ຂອງ​ບັນດາ​​ກຳມາ​ທິການ​ສະພາ​ແຫ່ງ​ຊາດ​ກຸຍ​ບາ. ຄະນະ​ຜູ້​ແທນ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ນາງ Yolanda Ferrer, ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ; ທ່ານ​ນາງ Grisel Castro Alfonso, ຫົວ​ໜ້າ​ກຳມາທິການ​ບັນດາ​ເສດຖະກິດ​ສະພາ​ແຫ່ງ​ຊາດ​ກຸຍ​ບາ ​ແລະ ທ່ານ Joaquin Miguel Bernal, ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ກຸຍ​ບາ - ຫວຽດນາມ. ທີ່​ການ​ພົບ​ປະຕ່າງໆ ຝ່າຍ​ກຸຍ​ບາ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນຫວຽດນາມ, ​ຊຶ່ງໄດ້​ປະກອບສ່ວນ​​ເຂົ້າ​ໃນ​ການປັບປຸງການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ. ທ່ານຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຟຸ່ງກ໋ວກຫຽນ ​ໃຫ້​ຮູ້​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ ພວມ​ຢູ່​ໃນ​ວິວັດ​ການ​ປ່ຽນ​ໃໝ່ ​ເພື່ອ​ຍົກ​ສູງ​ບົດບາດ, ຄວາມ​ຮັບຜິດຊອບ, ສະ​ແດງ​​ໃຫ້​ເຫັນສິດ​ອຳນາດ​ຂອງ​ປະຊາຊົນ​ໃນຊີວິດສັງຄົມ.
ຂ່າວ/ບົດ​ອື່ນ