ກຳມາທິການຂອງສະພາແຫ່ງຊາດກວດກາຮ່າງກົດໝາຍວ່າດ້ວຍສຳມະໂນຄົວ

ກຳມາທິການຂອງສະພາແຫ່ງຊາດກວດກາຮ່າງກົດໝາຍວ່າດ້ວຍສຳມະໂນຄົວ - ảnh 1
ທ່ານ ຟານ​ຈູງ​ລີ, ຫົວຫນ້າ​ກຳມາ​ທິການ​ກົດໝາຍກ່າວຄຳເຫັນ
ທີ່ວາລະປະຊຸມ
photo: baomoi.com


(vovworld)- ຕອນ​ເຊົ້າ​ວັນ​ທີ 28/4 ຢູ່ ນະຄອນ ດາ​ຫນັງ, ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ​ເພື່ອ​ກວດກາ, ​ໃຫ້​ຄຳ​ເຫັນ​ກ່ຽວກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກຳນົດ​ກ່ຽວ​ກັບ​ເລື່ອງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ,​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ ​ແລະ ຜູ້​​ແທນ​ສະພາ​ປະຊາຊົນ ຕ້ອນຮັບ​ພົນລະ​ເມືອງ, ຮັບ​ເອົາ ​ແລະ ​ແກ້​ໄຂ​​ໃບ​ຮ້ອງທຸກ, ກ່າວ​ຟ້ອງ, ຂໍ້​ສະ​ເຫ​ນີ ​ເພ່ືອ​ສ່ອງ​ແສງ​ເຖິງ​ສະພາ​ແຫ່ງ​ຊາດ. ທ່ານ ຟານ​ຈູງ​ລີ, ຫົວຫນ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ:

“ປະຈຸ​ບັນ ມີ 2 ກະຊວງ ຮັບຜິດຊອບ​ບັນຫາ​ນີ້, ຖ້າ​ປະຕິບັດ​ບໍ່​ຄ່ອງ​ແຄ​້ວອາດ​ຈະ​ເກີດ​ສະພາບ​ຊ້ຳ​ກັນ, ຟຸມ​ເຟືອຍ. ສະ​ນັ້ນ  ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊີ້​ນຳວ່າ: ຕ້ອງ​ມີ​ການ​ປະສານ​ສົມທົບລະຫວ່າງ​ບັນດາ​ຝ່າຍ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເຮັດ​ວຽກ​ໂດຍ​ກົງ​ກັບ 2 ກະຊວງ​ດັ່ງກ່າວ​ເພື່ອ​​​ມີ​ການ​ປະສານ​ສົມທົບກັນ. ຕາມ​ການສະ​ເຫ​ນີຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ລົບ​ລ້າງ​ບັນດາ​ເອກະສານ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ.”

 

ຂ່າວ/ບົດ​ອື່ນ