ກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ

ກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ - ảnh 1
ການກວດໜັງສືຜ່ານແດນຢູ່ດ່ານຊາຍແດນ ບັກລວມ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/9, ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຊຸດ​ທີ 12 ປະກອບ​ຄຳ​ເຫັນ​​ໃສ່​ຮ່າ​ງກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ - ອອກ​ເມືອງ, ການຢູ່​ອາ​ໄສ​ຂອງ​ຊາວຕ່າງປະ​ເທດ​ອາ​ໄສ​ຢູ່ ຫວຽດນາມ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ຮ່າງ​ກົດໝາຍ​​ຕ້ອງ​ສະ​ແດງ​​ໃຫ້​ເຫັນຢ່າງ​ລະອຽດ ​ແລະ ຄົບ​ຖ້ວນ​ຫຼັກການ​ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ​ຄວາມສະ​ເໝີ​ພາບ​ໃນ​ການ​ພົວພັນ​ສາກົນ, ສົມ​ທົບກັນ​ຢ່າງ​ກົມກຽ​ວລະຫວ່າງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ເສດຖະກິດ, ​ເປີດ​ກ້ວາງ​ການ​ພົວພັນ​ຕ່າງປະ​ເທດ ກັບ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ຮ່າງ​ກົດໝາຍ​ສະບັບ​ນີ້​ຄວນ​ສຳ​ພັດ​ກັບບັນດາ​ບັນຫາ​ໃໝ່​ທີ່ກ່ຽວຂ້ອງ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ໃນ​ທ້າຍປີ 2015 ​ເພື່ອ​ຮັບປະກັນ​​ເໝາະ​ສົມ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ ​ແລະ ທ່າ​ອ່ຽງພັດທະນາ​ຂອງ​ບາງ​ຮູບ​ການທ່ອງທ່ຽວ​ໃໝ່ຄື​ລາຍການ​ທ່ອງ​ທ່ຽວ​ຂ້າມ​ຊາດ. ທ່ານ​ນາງ ຫງວຽນ​​ແທງ​ຮົ່ງ ຖື​ວ່າ:

    “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະນະ​ຮຽບຮຽງ​ຄົ້ນ​ຄ້ວາ​, ​ເພີ່ມ​ເຕີມຕື່ມ​ອີກ ​ເຮັດ​​ແນວ​ໃດ​ກຳນົດ​ຢ່າງ​ລະອຽດ​ໃຫ້​ຂັ້ນ​ເມືອງ, ຂັ້ນ​ຕາ​ແສງ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ເຂົ້າ - ອອກ​ເມືອງ, ພິ​ເສດ​ແມ່ນ​ວຽກ​ງານ​ຢູ່ ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດຢູ່​ທ້ອງ​ຖີ່​ນຂອງ​ຕົນ. ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈຶ່ງ​ສາມາດ​ແກ້​ໄຂ​ຂໍ້​ຕິດ​ຂັດ, ຄວາມ​ອ່ອນ​ດ້ອຍ​ໃນ​ປະຈຸບັນ. ຜ່ານ​ນັ້ນ, ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ, ປະຕິບັດ​ວຽກ​ງານ​ເຂົ້າ - ອອກ​ເມືອງ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ວຽກ​ງານ​ຄຸ້ມ​ຄອງ​ຊາວ​ຕ່າງປະ​ເທດ ອາ​ໄສ​ຢູ່​ທ້ອງ​ຖິ່ນ.”

 

ຂ່າວ/ບົດ​ອື່ນ