ກຳມາທິການສະພາສູງອາເມລິກາໃຫ້ສັດຕະຍາບັນຮ່າງກົດໝາຍເພີ່ມທະວີການລົງໂທດສປປເກົາຫຼີ

ກຳມາທິການສະພາສູງອາເມລິກາໃຫ້ສັດຕະຍາບັນຮ່າງກົດໝາຍເພີ່ມທະວີການລົງໂທດສປປເກົາຫຼີ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 28/01 ກຳມາ​ທິການ​ພົວພັນ​ຕ່າງປະ​ເທດຂອງ​ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ໃຫ້ສັດຕະຍາບັນ​ຮ່າງ​ກົດໝາຍ​ເປີດ​ກ້ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ເກົາຫຼີ ທີ່​ກ່ຽວຂ້ອງ​ເຖິງ​ໂຄງການນິວ​ເຄຼຍ, ສຳ​ເນົາ​ເອກະສານ​ສິດທິ​ມະນຸດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຂອງ ພຽງ​ຢາງ. ຮ່າງ​ກົດໝາຍ ​ໄດ້​ຮັບ​ການ​ຮັບຮອງ​ເອົາ ດ້ວຍ​ບັດ​ສະໜັບສະໜູນ​ຈຳນວນ​ຫລາຍ ​ແລະ ບັນດາ​ສະມາຊິກ​ຂອງ​ກຳມາ​ທິການ​ນີ້ ​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າລໍຖ້າ​ຮ່າງ​ກົດໝາຍ​ຈະ​ໄດ້​ຮັບຮອງ​ເອົາ​ຈາກ​ສະພາ​ສູງ ​ແລະ ​ໄດ້​​ຮັບ​ການ​ເຊັນ​ໃຫ້​ສັດຕະຍາບັນ​​ເປັນ​ກົດ​ໝາຍ ຈາກ​ທ່ານ​ປະທານາທິບໍດີ Barack Obama.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 12/01 ສະພາ​ຕ່ຳ ອາ​ເມ​ລິ​ກາ ກໍ່​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ເປີດ​ກ້ວາງ​ການ​ລົງ​ໂທດ ສປປ ​ເກົາຫຼີ ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້. ການ​ກະທຳ​ດັ່ງກ່າວ ດຳ​ເນີນ​​ໃນພຽງ​ 2, 3 ວັນ​ເທົ່າ​ນັ້ນ ​ເມື່ອ ພຽງ​ຢາງ ຖະ​ແຫຼ​ງການ​ໄດ້​​ທົດ​ລອງນິວ​ເຄຼຍຢ່າງ​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ