ກຳລັງຄວາມໝັ້ນຄົງ ໂຊມາເລຍ ດັບສູນພວກກະບົດ al Shabaab ຈຳນວນຫຼາຍ

(VOVWORLD) -ບັ້້ນປາບປາມໄດ້ຜັນຂະຫຍາຍພາຍຫຼັງກຳລັງຄວາມໝັ້ນຄົງ ໂຊມາເລຍ ໄດ້ຮັບຂ່າວສືບລາຊະການລັບກ່ຽວກັບເລື່ອງ ບັນດາມືປືນຫົວຮຸນແຮງເຕົ້າໂຮມໃນປ່າ ເພື່ອສ້າງແຜນບຸກໂຈມຕີ.
ກຳລັງຄວາມໝັ້ນຄົງ ໂຊມາເລຍ ດັບສູນພວກກະບົດ al Shabaab ຈຳນວນຫຼາຍ - ảnh 1ນາຍທະຫານ ໂຊມາເລຍ
(ພາບ: AFP/TTXVN)

        ບັນດາກຳລັງຄວາມໝັ້ນຄົງ ໂຊມາເລຍ, ໄດ້ຮັບການໜູນຊ່ວຍຈາກຄູ່ຮ່ວມມືສາກົນ, ດັບສູນພວກກະບົດຂອງກຸ່ມອິດສະລາມຫົວຮຸນແຮງ al Shabaab ໃນບັ້ນຮົບຫຼ້າສຸດຢູ່ປະເທດນີ້.

        ວັນທີ 16 ທັນວາ, ກ່າວຄຳເຫັນທາງໂທລະພາບແຫ່ງຊາດ, ທ່ານຮອງລັດຖະມົນຕີຖະແຫຼງຂ່າວ ໂຊມາເລຍ Abdirahman Yusuf Al Adala ໃຫ້ຮູ້ວ່າ, ບັ້້ນປາບປາມໄດ້ຜັນຂະຫຍາຍພາຍຫຼັງກຳລັງຄວາມໝັ້ນຄົງ ໂຊມາເລຍ ໄດ້ຮັບຂ່າວສືບລາຊະການລັບກ່ຽວກັບເລື່ອງ ບັນດາມືປືນຫົວຮຸນແຮງເຕົ້າໂຮມໃນປ່າ ເພື່ອສ້າງແຜນບຸກໂຈມຕີ. ກຳລັງຄວາມໝັ້ນຄົງກໍ່ເກັບຄືນອາວຸດ ແລະ ອຸປະກອນຂອງບັນດາເປົ້າໝາຍດັ່ງກ່າວ. ນີ້ແມ່ນຈຳນວນອຸປະກອນອາວຸດເຊິ່ງພວກມືປືນ al Shabaab ນຳໃຊ້ໃນບັນດາເຫດບຸກໂຈມຕີກໍ່ການຮ້າຍຢູ່ບ້ານ Juhay ຂຶ້ນກັບເຂດ Shabeellaha Dhexe.

ຕອບກັບ

ຂ່າວ/ບົດ​ອື່ນ