ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ Quang Binh ຮັບນາມມະຍົດວິລະ​ຊົນ​ກຳລັງ​ປະກອບ​ອາວຸດ ປຊຊ

ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ Quang Binh ຮັບນາມມະຍົດວິລະ​ຊົນ​ກຳລັງ​ປະກອບ​ອາວຸດ ປຊຊ - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດ  Nguyen Thi Doan ​ມອບ​ນາມມະຍົດ
ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ໃຫ້​ແກ່​ກຳລັງ​ ຊາວ​ໜຸ່ມ​ຕະລຸມບອນ​
ພາບ:internet


( vovworld ) – ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ Quang Binh, ຕອນ​ເຊົ້າວັນ​ທີ 4/7, ທ່ານ​ນາງຮອງ​ປະທານ​ປະ​ເທດ  Nguyen Thi Doan ​ໄດ້​ເຂົ້າຮ່ວມ ​ແລະ​ ມອບ​ໃບຢັ້ງຢືນນາມມະຍົດວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ໃຫ້​ແກ່​ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ​ແຂວງ Quang Binh. ກຳລັງຊາວ​ໜຸ່ມ​ຕະລຸມບອນແຂວງ Quang Binh ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ວັນ​ທີ 5/6/1965 ປະກອບດ້ວຍ​ສະມາຊິກ​ກ່ວາ 6500 ຄົນ, ​ເຖິງ​ວ່າ​ຢູ່​ແຫ່ງ​ໃດ ​ແລະ ​ໃນ​ບໍ່​ວ່າ​ສະພາບ​ການ​ຄື​ແນວ​ໃດ, ກຳລັງຊາວ​ໜຸ່ມ​ຕະລຸມບອນແຂວງ Quang Binh ລ້ວນ​ແຕ່​ມີ​ຄວາມ​ສະຫຼຽວ​ສະຫຼາດ, ມີ​ຫົວຄິດ​ປະດິດ​ສ້າງ, ບໍ່ຢ້ານ​ກົວຕໍ່​ການ​ເສຍສະຫຼະ, ສ້າງ​ຜົນງານ​ການ​ສູ້​ຮົບທີ່​ດີ​ເດັ່ນ, ຜົນງານ​ໃນ​ການ​ສູ້​ຮົບ​ຂອງ​ບັນດາ​ອ້າຍ​ເອື້ອຍ​ແມ່ນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ລຸ້ນໜຸ່ມ​ປະຈຸ​ບັນ ​ແລະ ​ໃນ​ອະນາຄົດ. ທີ່​ພິທີ​ຮັບນາມມະຍົດວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ, ທ່ານ Ho An Phong ​ເລຂາ​ຄະນະ​ຊາວ​ໜຸ່ມ​ແຂວງ Quang Binh ຢືນຢັນ​ວ່າ:  “​​ໂດຍໄດ້ສືບ​ຕໍ່​ມູນ​ເຊື້ອວິລະ​ຊົນ​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ​ຂອງ​ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ແຂວງ Quang Binh ນັ້ນ​, ລຸ້ນໜຸ່ມ​ປະຈຸ​ບັນ​ຈະຕັ້ງໜ້າຮ່ຳຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃນ​ທຸກ​ດ້ານ, ​ເປັນ​ເຈົ້າການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ​ເຕັກນິກ​ກ້າວໜ້າ, ທັນ​ສະ​ໄໝ, ​ເຂົ້າຮ່ວມ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຢ່າງ​ມີ​ປະສິດທິ​ຜົນ

  

 

 

ຂ່າວ/ບົດ​ອື່ນ