ກຳລັງສືບລາຊະການລັບຕຳຫຼວດປະຊາຊົນຄວນຕິດພັນ ແລະ ຮັບໃຊ້ການຊີ້ນຳນຳພາຂອງພັກ, ລັດຢ່າງມີປະສິດທິຜົນ

(VOVWORLD) -ໃນໄລຍະຈະມາເຖິງ, ກຳລັງສຸມໃສ່ຊາບຊຶມ, ສ້າງໂຄງການເຄື່ອນໄຫວ, ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຢ່າງມີປະສິດທິຜົນ
ກຳລັງສືບລາຊະການລັບຕຳຫຼວດປະຊາຊົນຄວນຕິດພັນ ແລະ ຮັບໃຊ້ການຊີ້ນຳນຳພາຂອງພັກ, ລັດຢ່າງມີປະສິດທິຜົນ - ảnh 1

ຕອນເຊົ້າວັນທີ 19 ມັງກອນ, ກຳລັງສືບລາຊະການລັບຕຳຫຼວດປະຊາຊົນ ໄດ້ຈັດພິທີຕ້ອນຮັບຫຼຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອ (21 ກຸມພາ 1946 – 21 ກຸມພາ 2021). ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ເພື່ອປະຕິບັດສຳເລັດໜ້າທີ່ຄວາມຮັບຜິດຊອບເຊິ່ງພັກ, ລັດ, ກະຊວງຕຳຫຼວດ ແລະ ປະຊາຊົນມອບໝາຍໃຫ້, ກຳລັງສືບລາຊະການລັບຕຳຫຼວດປະຊາຊົນ ຕ້ອງມີສະຕິຮັບຮູ້ຢ່າງເລິກເຊິ່ງຕໍ່ສະພາບການ, ໜ້າທີ່, ມີຄວາມຕິດພັນ ແລະ ຮັບໃຊ້ການຊີ້ນຳນຳພາຂອງພັກ, ລັດ ຢ່າງມີປະສິດທິຜົນ. ໃນໄລຍະຈະມາເຖິງ, ກຳລັງສຸມໃສ່ຊາບຊຶມ, ສ້າງໂຄງການເຄື່ອນໄຫວ, ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຢ່າງມີປະສິດທິຜົນ; ປ່ຽນແປງໃໝ່, ຍົກສູງຄຸນນະພາບວຽກງານ ກຳແໜ້ນສະພາບການ ແລະ ເປັນເສນາທິການດ້ານຍຸດທະສາດ, ຕອບສະໜອງຄວາມຮຽກຮ້ອງໜ້າທີ່ຂອງພາລະກິດປົກປັກຮັກສາປະເທດຊາດ ແລະ ການສ້າງສາ, ພັດທະນາປະເທດຊາດໃນສະພາບການໃໝ່; ເປັນເຈົ້າການໃນການສ້າງ, ຜັນຂະຫຍາຍບັນດາວຽກງານດ້ານວິຊາສະເພາະ ເພື່ອປະກອບສ່ວນເພີ່ມທະວີການພົວພັນ, ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ, ຮັບໃຊ້ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ