ກຳລັງອີຣັກບຸກເຂົ້າ Mosul

ກຳລັງອີຣັກບຸກເຂົ້າ Mosul  - ảnh 1
ກຳ​ລັງ​ຕ້ານກ​ຳ​ລັງ​ກໍ່​ການ​ຮ້າຍ ອີ​ຣານ ບຸກ​ເຂ​ົ້າ​ເທດ​ສະ​ບານ Bazwaia, ພາກ​ໃຕ້ Mosul 
(ພາບ: ສຳ​ນັກ​ຂ່າວ​ສານ/TTXVN)

(vovworld) - ວັນ​ທີ 1/11, ບັນດາ​ພົນທະຫານ​ທີ່​ຂຶ້ນ​ກັບ​ກອງ​ທະຫານ​ຍອດ​ຢ້ຽມ​ຕ້ານ​ກໍ່​ການ​ຮ້າຍ (CST) ຂອງ​ອີຣັກ ​ໄດ້​ບຸກ​ເຂົ້າ​ສະຖານີ​ໂທລະພາບ​ແຫ່ງ​ລັດ​ຢູ່​ນະຄອນ Mosul ​ແລະ​ຢືດ​ເອົາ​ຕຶກ​ອາຄານ​ທີ່​ສຳຄັນ​ນີ້​ຄືນ​ໃໝ່. ຜູ້​ບັນຊາ​ການ CST, ພົນ​ຕີ Talib Shaghati ​ເນັ້ນ​ໜັກ​ວ່າ: “ນີ້​ແມ່ນ​ສັນຍານ​ທີ່​ດີ​ສຳລັບ​ປະຊາຊົນນະຄອນ Mosul ​ຍ້ອນ​ການ​ບຸກ​ໂຈມ​ຕີ​ປົດ​ປ່ອຍ​ເລີ່​ມມີ​ປະສິດທິ​ຜົນ“. ​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ກຳລັງ​ກອງທັບ​ອາກາດ ​ແລະ ກອງທັບ​ໂດຍ ອາ​ເມ​ລິ​ກາ​​ເປັນ​ຫົວໜ້າ, ກອງທັບ ອີຣັກ, ບັນດາ​ມື​ປືນ Peshmerga, ຊາວ Kurd, ບັນດາ​ກຳລັງ​ທະຫານ​ລາດ​ອິດສະ​ລາມ, ນິກາຍ​ Sunni ​ແລະ Shiite ພວມ​ບຸກ​ໂຈມ​ຕີ​ເຂົ້າ Mosul. ກອງ​ທະຫານ​ພິ​ເດ​ບຸກ​ໂຈມ​ຕີ​ຈາກ​ທິດຕາ​ເວັນ​ອອກ​ຂອງ​ນະຄອນ​ໄດ້​ຮັບ​ຜົນ​ຢ່າງ​ໄວ​ທີ່​ສຸດ.


ຂ່າວ/ບົດ​ອື່ນ