ກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ເລີ່ມພາລະໜ້າທີ່ຢູ່ Mali

ກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ເລີ່ມພາລະໜ້າທີ່ຢູ່ Mali - ảnh 1
ທະຫານ ຝຣັ່ງ ຢູ່ Mali
(ພາບ: AFP/TTXVN)

(vovworld) - ວັນ​ທີ 1/7, ກຳລັງ​ຮັກສາ​ສັນຕິພາບ​ຂ​ອງສະຫະ​ປະຊາ​ຊາດ ​ໄດ້​ຮັບ​ຜິດ​ຊອບ​ໜ້າ​ທີ່ຮັກສາ​ຄວາມ​ໝັ້ນຄົງ​ຈາກ​ບັນດາ​ທະຫານ ອາບຟຣີກາ ຢູ່ Mali, ດ້ວຍ​ພາລະ​ໜ້າ​ທີ່​ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ໃຫ້​ແກ່​ປະ​ເທດ​ນີ້, ​​ໃນ​ຈຸດ​ເວລາ​ຍັງ​ມີ​ເວລາພຽງ​ 4 ອາທິດ​​ເທົ່າ​ນັ້ນ​ຈະ​ດຳ​ເນີນ​ບັນດາ​ການ​ເລື​ອກຕັ້ງ​ທີ່ສຳຄັນ. ກຳລັງ​ທະຫານ 12.600 ຄົນ​ສັງກັດ​ຄະນະປະຕິບັດ​ງານ​ສະຫະ​ປະຊາ​ຊາດຮັກສາ​ສັນຕິພາບ​ຢູ່ Mali (MINUSMA) ຮັບຜິດຊອບ​ພາລະ​ໜ້າ​ທີ່​ຂ​ອງຄະນະ​ປະຕິບັດ​ງານ​ໜູນ​ຊ່ວຍ​ສາກົນ​ໂດຍ ອາບຟຣີກາ​ ນຳ​ໜ້າ​ຢູ່ Mali (AFISMA) ຢ່າງ​ເປັນ​ທາງ​ການ, ນີ້​ແມ່ນ​ກຳ​ລັງ​ເຄີຍ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​ເພື່ອ​ໜູນ​ຊ່ວຍ​ບັນດາ​ທະຫານ ຝຣັ່ງ ຜັນ​ຂະຫຍາຍ​ຢູ່ Mali ​ເມື່ອ​ເດືອນ 1 ​​ແນ​ໃສ່​ສະ​ກັດກັ້ນ​ການ​ເພີ່ມ​ຂຶ້ນ​ຂອງ​ບັນດາ​ພາກສ່ວນ​ອິດສະ​ລາມ, ພ້ອມ​ທັງ​ຊ່ວຍ​ໃຫ້​ລັດຖະບານ Mali ສ້າງ​ສິດ​ອຳນາດ​ຄືນ​ໃໝ່ໃນ​ທົ່ວ​ປະ​ເທດ. ພາລະ​ໜ້າ​ທີ່​ຂອງ MINUSMA ​ແມ່ນ​ຝຶກ​ອົບຮົມ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ປະ​ເທດ​ນີ້ ​ແລະ ​ເຮັດ​ໃຫ້ສະພາບ​ການ​ຢູ່​ບັນດາ​ເທດສະບານ​ຕົ້ນ​ຕໍ່ຢູ່​​ພາກ​ເໜືອ​ປະ​ເທດ ອາບຟຣີກາ​ຕາ​ເວັນ​ຕົກ​ນີ້​ເປັນ​ປົກກະຕິ​ໂດຍ​ໄວ, ພ້ອມ​ທັງ​ຍູ້​ແຮງປະຊາທິປະ​ໄຕ ​ແລະ ໜູນ​ຊ່ວຍ ລັດຖະບານ Mali ​ເປີດ​ກ້ວາງ​ສິດ​ຄວບ​ຄຸມ​ຢູ່​ທ້ອງ​ຖິ່ນ​ຕ່າງ​ໆ. ນອກຈາກ​ນັ້ນ, MINUSMA ຍັງ​ສວມ​ບົດບາດ​ສຳຄັນ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ເມືອງ​ເພື່ອ​ສ້າງ​ຕັ້ງ Mali  ຄືນ​ໃໝ່. ຄາ​ດວ່າ, ​ໃນ​ໄລຍະ​ຕົ້ນ, ພາລະ​ໜ້າ​ທີ່​ຂອງ MINUSMA ຈະ​ແກ່ຍາວ 12 ​ເດືອນ.

ຂ່າວ/ບົດ​ອື່ນ