ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້

(VOVWORLD) -ວັນທີ 2 ກັນຍາ, ກອງກຳລັງຮັກສາສັນຕິພາບຂອງຫວຽດນາມ ຢູ່ UNMISS (ຊູດັງໃຕ້) ໂດຍໂຮງໝໍກາງສະໜາມລະດັບ2 ເລກ 4 ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມ (2/9/1945 – 2/9/2022). 
ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້ - ảnh 1ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້

      ທີ່ພິທີ, ຜູ້ຕາງໜ້າຄະນະຜູ້ແທນຄະນະປະຕິບັດງານ, ທ່ານ Noel Ngaha, ຫົວໜ້າຄະນະປະຕິບັດງານ UNMIS ແລະ ບັນດາກົມກອງເພື່ອນມິດສາກົນທີ່ປະຕິບັດໜ້າທີ່ຢູ່ UNMISS ໄດ້ຊົມເຊີຍວັນສຳຄັນປະຫວັດສາດຂອງຫວຽດນາມ, ໄດ້ສະແດງຄວາມຊົມເຊີຍຕໍ່ປະຫວັດສາດຂອງ ຊາດຫວຽດນາມ, ພ້ອມກັນນັ້ນກໍຢືນຢັນການສະແດງຄວາມຮູ້ບຸນຕຸນຂອງສະຫະປະຊາຊາດທີ່ມີຕໍ່ການປະກອບສ່ວນສຳຄັນຂອງຫວຽດນາມ ເຂົ້າໃນພາລະກຳຮັກສາສັນຕິພາບຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ