ກຳລັງໜູນຊ່ວຍການປ້ອງກັນຄວາມສະຫງົບສາກົນ ຈະຖອນອອກຈາກ ອາບການນີສະຖານ ໃນປີ 2013

ກຳລັງ​ໜູນ​ຊ່ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ ຫລື ISAF ຢູ່​ ອາບ​ການ​ນີສະຖານ ​​ໂດຍ ນາ​ໂຕ ຊີ້​ນຳ ມີ​ແຜນການ​ມອບ​ໂອນ​ຄວາມ​ຮັບຜິດຊອບ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ກອງທັບອາບ​ການ​ນີສະຖານ​ໃນ​ປີໜ້າ.ນາຍ​ພົນ Curtis Scaparrotti ຮອງຜູ້​ບັນຊາ​ກຳລັງ ​ອາ​ເມ​ລິ​ກາ ​ຢູ່ ອາບ​ການ​ນີສະຖານ, ​ທັງ​ແມ່ນ​ຜູ້​ບັນຊາ​ການ ISAF ​ໃຫ້​ຮູ້​ວ່າ ກຳລັງ​ໜູນ​ຊ່ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ ຈະ​ຊຸກຍູ້​ການ​ບຳລຸງສ້າງກຳລັງ​ທະຫານ ອາບ​ການ​ນີສະຖານ ​ແລະ​ສຳ​ເລັດ​ວິວັດ​ການ​ມອບ​ໂອນ​ໃນ​ປີໜ້າ. ຕາມ​ແຜນການ​ແລ້ວ, ກ່ອນ​ທ້າຍ​ເດືອນ​ກັນຍາ​ທີ່​ຈະ​ມາ​ເຖິງ, ອາ​ເມ​ລິ​ກາ​ ຈະ​ຖອນ​ທະຫານ 23.000 ຄົນ​ອອກ​ຈາກ ​ອາບ​ກາ​ນີສະຖານ.

ຂ່າວ/ບົດ​ອື່ນ