ກຳລັງໜຸ່ມປະດິດຄິດສ້າງໃນສັງກະລາດການປະຕິວັດ 4.0

(VOVWORLD) - ເວທີປາໄສ “ປະດິດຄິດສ້າງໃນສັງກະລາດການປະຕິວັດອຸດສາຫະກຳ 4.0” ໄດ້ຮັບການຈັດຕັ້ງໃນວັນທີ 9 ສິງຫາ ຢູ່ ຮ່າໂນ້ຍ. 
 
ກຳລັງໜຸ່ມປະດິດຄິດສ້າງໃນສັງກະລາດການປະຕິວັດ 4.0 - ảnh 1ເວທີປາໄສ “ປະດິດຄິດສ້າງໃນສັງກະລາດການປະຕິວັດອຸດສາຫະກຳ 4.0”  

ນີ້ແມ່ນການເຄື່ອນໄຫວນອນໃນບັນດາການເຄື່ອນໄຫວເຊື່ອມຕໍ່ໄວໜຸ່ມ ຫວຽດນາມ (Connecting Viet Youth - CVY 2017)  ໂດຍສະມາຄົມນັກສຶກສານະຄອນຮ່າໂນ້ຍ, ປະຊາຄົມສ້າງສັນໜ່ວຍໂລກ, ສະມາຄົມນັກສຶກສາ ຫວຽດນາມ ຢູ່ລາຊະອານາຈັກອັງກິດ ສົມທົບກັນຈັດຕັ້ງ. ເວທີປາໄສໄດ້ຮັບການຈັດເພື່ອແນໃສ່ເປີດກ້ວາງຂໍ້ມູນຂ່າວສານ ກ່ຽວກັບບັນດາເນື້ອໃນຂອງການປະຕິວັດເຕັກໂນໂລຢີ 4.0 ເຖິງວົງການໄວໜຸ່ມ, ພ້ອມທັງຮັບຮູ້ບັນດາການປະກອບສ່ວນຂອງໄວໜຸ່ມໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ໝູນໃຊ້ເຕັກໂນໂລຢີເຕັກນິກປະດິດຄິດສ້າງເພື່ອສ້າງບັນດາການປ່ຽນແປງຂອງເສດຖະກິດ - ສັງຄົມ.

ເຂົ້າຮ່ວມເວທີປາໄສ, ບັນດາເພື່ອນໜຸ່ມ ບໍ່ພຽງແຕ່ໄດ້ຮັບຟັງ ແນະນຳ, ອະທິບາຍ, ສົ່ງເສີມເຂົ້າຮ່ວມການເຄື່ອນໄຫວເຕັກໂນໂລຢີເທົ່ານັ້ນ ຫາກຍັງໄດ້ເຫັນປະຈັກຕາ ແລະ ເຂົ້າຮ່ວມບັນດາເຕັກໂນໂລຢີໃໝ່ຫຼາຍຢ່າງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ