ກຳແພງສະໄຫມ ລາຊະວົງໂຮ່ ນັບມື້ນັບດຶງດູດ ນັກທ່ອງທ່ຽວເປັນຈຳນວນຫລາຍ

ກຳແພງສະໄຫມ     ລາຊະວົງໂຮ່ ນັບມື້ນັບດຶງດູດ      ນັກທ່ອງທ່ຽວເປັນຈຳນວນຫລາຍ - ảnh 1
ກຳ​ແພງ​ສະ​ໄຫມ​ລາຊະ​ວົງ​ໂຮ່
ພາບ:giaoduc.net.vn


(vovworld) - ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ກຳ​ແພງ​ສະ​ໄຫມ​ລາຊະ​ວົງ​ໂຮ່ ຢູ່ ​ເມືອງ Vinh Loc ​ແຂວງ Thanh Hoa ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ນັບ 22.000 ​ເທື່ອ​ຄົນ. ທ່ານ Do Quang Trong ຜູ້ອຳນວຍການ​ສູນ​ອະນຸລັກ​ຮັກສາ​ມໍລະດົກ​ກຳ​ແພງ​ສະ​ໄຫມ​ລາຊະ​ວົງ​ໂຮ່ ​ໃຫ້​ຮູ້​ວ່າ: ພາຍຫລັງ​ເຫດການກຳ​ແພງສະ​ໄຫມ​ລາຊະ​ວົງ​ໂຮ່ ​ໄດ້​ຮັບ​ການ​ຮອງ​ຮັບ​ເປັນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ​ໃນ​ເດືອນ 6/2012 ຜ່ານ​ມາ, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເມື່ອ​ເວົ້າ​ເຖິງ​ຮູບ​ການ​ໂຄສະນາ​ບັນດາ​ຄຸນ​ຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ທ່ານ Do Quang Trong ​ໃຫ້​ຮູ້​ວ່າ:

        “ ພວກ​ຂ້າພະ​ເຈົ້າ​ຈະ​​ເຮັດ​ໃຫ້​ບັນດາ​ຄຸນຄ່າ​ມໍລະດົກຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ. ສູນ​ອະນຸລັກ​ຮັກສາ​ມໍລະດົກ ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ​ແລະ ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ແຂວງ Thanh Hoa ພວມ​ຜັນ​ຂະຫຍາຍ​ບັນດາ​ແຜນການ​ຕາມ​ແຜນ​ຮ່າງ​ພັດທະນາ​ການທ່ອງທ່ຽວ​ຂອງ ​ແຂວງ ​ໃຫ້​ຕິດ​ພັນ​ກັບ​ເຫດການ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2012. ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ຍັງ​ມີ​ວັດຖຸ​ພັນ​ຫລາຍ​ຢ່າງ​ຍັງ​ຝັງຢູ່ໃຕ້​ດິນ ຕ້ອງ​ມີ​ເວລາ​ເພື່ອ​ຂຸດ​ຄົ້ນ, ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ສຸມ​ໃສ່​ອະນຸລັກ​ຮັກສາ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ຂອງ​ເຂດ​ປູ​ຊະນີ​ຍະສະ​ຖານ​ແຫ່ງ​ນີ້.”

ຂ່າວ/ບົດ​ອື່ນ